ສໍາລັບ ປີ 2020 ຜ່ານມານີ້ ແຂວງ ຈໍາປາສັກ ມີອຸບັດເຫດບົນທ້ອງຖະໜົນ ເກີດຂຶ້ນທັງໝົດ 976 ກໍລະນີ ແລະ ມີຜູ້ເສຍຊີວິດແລ້ວ 122 ຄົນ (ຍິງ 28 ຄົນ), ຊຶ່ງອຸບັດເຫດທີ່ເກີດຂື້ນສ່ວນໃຫຍ່ ແມ່ນຍ້ອນນັກຂັບຂີ່ບໍ່ປະຕິບັດກົດລະບຽບຈະລາຈອນເປັນຕົ້ນແມ່ນເກີດຈາກການດື່ມສິ່ງມຶນເມົາ ແລ້ວຂັບຂີ່ໄວເກີນກໍານົດ, ລ່ວງປ້າຍຫ້າມ, ໄຟອໍານາດ,ຈອດລົດຊະຊາຍ ແລະ ອື່ນໆ.
ຫົວໜ້າ ພະແນກຕໍາຫຼວດຈະລາຈອນ ປກສ ແຂວງຈໍາປາສັກ, ທ່ານ ພັທ ສະຫວັດ ແສງປະເສີດ ໄດ້ລາຍງານຫວ່າງບໍ່ດົນມານີ້ ວ່າ: ອຸບັດເຫດໃນແຕ່ລະຄັ້ງ ເຮັດໃຫ້ມີຄົນໄດ້ຮັບບາດເຈັບທັງໝົດ 1521 ຄົນ, ບາດເຈັບເລັກໜ້ອຍ 718 ຄົນ, ບາດເຈັບສົມຄວນ 646 ຄົນ, ບາດເຈັບສາຫັດ 157 ຄົນ, ໃນນັ້ນມີພາຫະນະເປ່ເພ 1534 ຄັນ, ເປ່ເພເລັກໜ້ອຍ 711 ຄັນ, ເປ່ເພສົມຄວນ 811 ຄັນ ແລະ ໃຊ້ການບໍ່ໄດ້ມີ 12 ຄັນ.
ສໍາລັບ ປີ 2021 ພະແນກຕໍາຫຼວດຈະລາຈອນແຂວງ ຈະໄດ້ສຸມໃສ່ເຄື່ອນໄຫວສະກັດກັ້ນສະພາບອຸບັດເຫດບົນທ້ອງຖະໜົນດ້ວຍຫຼາຍວິທີເປັນຕົ້ນ: ໄດ້ລົງເຮັດວຽກໂຄສະນາຕາມສຳນັກງານອົງການ, ໂຮງຮຽນ ແລະ ສະຖານທີ່ຊຸມຊົນ, ທັງຈັດສັນລະບຽບການສັນຈອນຕາມທ້ອງຖະໜົນຫຼວງ ແລະ ກວດກາຕາມປ້ອມດ່ານ, ພ້ອມທັງເຮັດວຽກສຶກສາອົບຮົມກ່າວເຕືອນຜູ້ຂັບຂີ່ລົດໄວ, ການຂີ່ລົດເປັນພຶງເປັນແພທີ່ສ່ຽງຕໍ່ການເກີດອຸບັດເຫດ, ພ້ອມນັ້ນສືບຕໍ່ລົງເຄື່ອນໄຫວຕັ້ງຈຸດກວດກາບ່ອນທີ່ມີການສັນຈອນແອອັດ ເພື່ອເຮັດໃຫ້ການເກີດອຸປະຕິເຫດຫຼຸດໜ້ອຍລົງ .
ຂໍ້ມູນ: ປກສ
ຮູບ: ໜ່ວຍກູ້ໄພ

