ພະແນກຕຳຫຼວດຈະລາຈອນ ແຂວງ ສະຫວັນນະເຂດ ໄດ້ກຳນົດມາດຕະການ 15 ຂໍ້ຫ້າມ ສຳລັບຜູ້ຂັບຂີ່ໃນຊ່ວງໄລຍະບຸນປີໃໝ່ລາວພສ 2564 ພ້ອມທັງຈັດຕັ້ງກຳລັງລົງປະຈຳ ຢູ່ 7 ຈຸດຄື: ຈຸດທາງເຂົ້າ – ອອກຂອງແຂວງ 3 ຈຸດ ແລະ ຈຸດສຳຄັນຕ່າງໆພາຍໃນນະຄອນໄກສອນ ພົມວິຫານ ຈຳນວນ 4 ຈຸດ ເພື່ອປະຕິບັດລະບຽບການສັນຈອນຕາມເສັ້ນທາງຢ່າງເຂັ້ມງວດ ແນໃສ່ຊ່ວຍຫຼຸດຜ່ອນບັນຫາອຸບັດເຫດຕາມທ້ອງຖະໜົນ ລວມທັງຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ຄວາມສະຫງົບປອດໄພ ໄລຍະປີໃໝ່ລາວ ພາຍໃນແຂວງ.
ທ່ານ ພັທ ຄຳພົດ ພົມມາວິຫານ ຮອງຫົວໜ້າ ພະແນກຈະລາຈອນ ແຂວງ ສະຫວັນນະເຂດ ພ້ອມຄະນະໄດ້ໃຫ້ສຳພາດຕໍ່ຜູ້ສື່ຂ່າວ ແຂວງສະຫວັນນະເຂດ ເມື່ອບໍ່ດົນມານີ້ ວ່າ: 15 ຂໍ້ຫ້າມ ສຳລັບຜູ້ຂັບຂີ່ໃນຊ່ວງໄລຍະບຸນປີໃໝ່ລາວ ປະກອບມີ ຜູ້ຂັບຂີ່ລົດຕ້ອງເຄົາລົບ ແລະ ປະຕິບັດກົດບຽບຈະລາຈອນຢ່າງເຂັ້ມງວດ, ຫ້າມຜູ້ຂັບລົດດື່ມສິ່ງມຶນເມົາ ຢ່າງເດັດຂາດ ຖ້າຫາກພົບເຫັນຕຳຫຼວດຈະລາຈອນຈະໄດ້ກັກຕົວໄວ້ ກ່ອນ ຫຼື ໃຫ້ພີ່ນ້ອງໝູ່ຄູ່ມາຮັບເພື່ອຄວາມປອດໄພ, ຫ້າມຂັບຂີ່ລົດໄວເກີນກົດໝາຍກຳນົດ, ສຳລັບລົດໂດຍສານ ຫ້າມແລ່ນໄວເກີນ 80 ກິໂລແມັດຕໍ່ຊົ່ວໂມງ ຕາມເສັ້ນທາງຫຼວງ ສະເພາະຢູ່ເຂດນອກເມືອງ, ຜູ້ຂັບຂີ່ລົດຈັກ ຕ້ອງໃສ່ໝວກກັນກະທົບ ທັງຜູ້ຊ້ອນ ແລະ ຜູ້ຂັບ, ຫ້າມຂີ່ລົດຈັກ ເປັນພຶງເປັນແພຕາມເສັ້ນທາງຢ່າງເດັດຂາດ, ຜູ້ຂັບຂີ່ລົດໃຫຍ່ ຕ້ອງຮັດສາຍແອວນີລະໄພ ເພື່ອຮັບປະກັນຄວາມປອດໄພ, ຫ້າມນຳໃຊ້ລົດກະບະ ບັນທຸກຄົນໂດຍສານໃສ່ກະບະ ຫຼື ນັ່ງຂອບກະບະຢ່າງເດັດຂາດ, ຫ້າມໃຊ້ລົດຂົນສົ່ງໂດຍສານ ບັນທຸກສິນຄ້າ, ບັນທຸກຜູ້ໂດຍສານເກີນກຳນົດ ແລະ ຊ່ວງຊິງເອົາຜູ້ໂດຍສານຢ່າງເດັດຂາດ, ລົດຂົນສົ່ງໂດຍສານທາງໄກ ຕ້ອງມີຜູ້ຂັບສຳຮອງທຸກຄັ້ງເວລາເດີນທາງ, ກ່ອນຈະນຳໃຊ້ພາຫະນະເດີນທາງໄກ ຕ້ອງກວດກາສະພາບເຕັກນິກ ແລະ ຄວາມພ້ອມຂອງລົດໃຫ້ມີຄວາມຮັບປະກັນເປັນຢ່າງດີ, ຫ້າມເອົາຖັງນໍ້າໃສ່ລົດ ຫຼື ສາດໃສ່ກັນໃນເວລາຈະລາຈອນ ຕາມເສັ້ນທາງຢ່າງເດັດຂາດ, ຫ້າມເອົານໍ້າກ້ອນໃສ່ຖົງຢາງ ແລ້ວແກວ່ງໃສ່ກັນໃນເວລາສັນຈອນຕາມຖະໜົນຫົນທາງຢ່າງເດັດຂາດ, ຫ້າມຫຼີ້ນນໍ້າຕາມເສັ້ນທາງ, ແຄມທາງ ຫຼື ລັດລົດເພື່ອຫົດນ້ຳຕາມເສັ້ນທາງຢ່າງເດັດຂາດ, ຫ້າມຜູ້ປົກຄອງໃຫ້ເດັກນ້ອຍ ທີ່ມີອາຍຸບໍ່ເຖິງກະສຽນ ຂັບລົດຢ່າງເດັດຂາດ.
ຖ້າບຸກຄົນໃດລະເມີດ ຈະຖືກສຶກສາອົບຮົບ ແລະ ປັບໃໝຕາມລະບຽບກົດໝາຍຕາມສະຖານໜັກຫຼື ເບົາ. ຫວັງຢ່າງຍິ່ງວ່າ ທ່ານ ທີ່ໃຊ້ລົດໃຊ້ຖະໜົນທີ່ເຄື່ອນໄຫວໄປມາໃນໄລຍະສະເຫຼີມສະຫຼອງບຸນປີໃຫມ່ລາວ ພ ສ 2564 ນີ້ໃຫ້ເປັນເຈົ້າການໃນການປະຕິບັດກົດຈະລາຈອນຢ່າງເຂັ້ມງວດ.
ຂໍ້ມູນ: ນັກຂ່າວ ແຂວງ ສະຫວັນນະເຂດ

