ແຂວງ ສາລະວັນ ເຕືອນປະຊາຊົນໃຫ້ເຝົ້າລະວັງສະພາບນໍ້າຖ້ວມກະທັນຫັນ ຈາກພະຍຸໝູູນເຂດຮ້ອນ ໂນອິນ

ແຂວງ ສາລະວັນ ເຕືອນປະຊາຊົນໃຫ້ເຝົ້າລະວັງສະພາບນໍ້າຖ້ວມກະທັນຫັນ ຈາກພະຍຸໝູູນເຂດຮ້ອນ ໂນອິນ

ຄະນະກໍາມະການຄວບຄຸມໄພພິບັດ ແຂວງ ສາລະວັນໄດ້ອອກແຈ້ງການໃນວັນທີ 17 ກັນຍາ 2020 ວ່າ, ໃຫ້ພໍ່ແມ່ປະຊຊົນ ຈົ່ງລະມັດລະວັງ ແລະ ມີສະຕິ ຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງທີ່ອາດຈະເກີດຂຶ້ນຍ້ອນພະຍຸ ໝູູນເຂດຮ້ອນ ໂນອິນ ລະຫວາ່ງ 18-20 ກັນຍາ 2020 ນີ້, ຊຶ່ງອາດຈະເຮັດໃຫ້ເກີດມີຕົ້ນໄມ້ຫັກ, ເສົາໄຟຟ້າລົ້ມ, ເຮືອນເປ່ເພ, ນ້ຳຖ້ວມອັ່ງ, ດິນເຈື່ອນ, ນໍ້າຊຸ ແລະ ອື່ນໆ, ພ້ອມທັງ ໃຫ້ປະຊຊົນ ກຽມພ້ອມສະຖານທີ່ຂັງສັດລ້ຽງໄວ້ບ່ອນທີ່ສູງ ທີ່ປອດໄພ ນໍ້າບໍ່ສາມາດຖ້ວມ, ມ້ຽນມັດຊັບສິນເຄື່ອງຂອງ, ສັດລ້ຽງ, ເຄື່ອງປຸກ ແລະ ອຶ່ນໆ ບໍ່ໃຫ້ຖືກເສຍຫາຍ ຈາກນໍ້າຖ້ວມກະທັນຫັນ.

ພ້ອມນັ້ນ ຄະນະກໍາມະການຄວບຄຸມໄພພິບັດແຂວງ ຍັງກຽມພ້ອມກໍາລັງທະຫານ, ຕໍາຫຼວດ, ເຮືອທ້ອງແບນ ເພື່ອກຽມອອກຊ່ວຍເຫຼືອປະຊາຊົນ, ໃນນັ້ນ ກະກຽມ ເຄື່ອງອຸປະໂພກ-ບໍລິໂພກ, ສະຖານທີ່ບ່ອນພັກເຊົາໃຫ້ປະຊາຊົນ, ຜູ້ທີ່ຖຶກຜົນກະທົບ ຫາກເກີດຈາກໄພນໍ້າຖ້ວມ ຫຼື ເກີດເຫດສຸກເສີອຶ່ນໆ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply