ແຂວງ ຫຼວງນ້ຳທາ ທຳລາຍສວນຝິ່ນ ທີ່ລັກລອບປູກ ປະມານ 2,5 ເຮັກຕາ

ແຂວງ ຫຼວງນ້ຳທາ ທຳລາຍສວນຝິ່ນ ທີ່ລັກລອບປູກ ປະມານ 2,5 ເຮັກຕາ

ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງສິງ ແລະ ປກສ ເມືອງລອງ ແຂວງ ຫຼວງນໍ້າທາ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ທໍາລາຍສວນຝິ່ນທີ່ລັກລອບປູກຂອງປະຊາຊົນຢູ່ ຈຸດເຊື່ອມຕໍ່ລະຫວ່າງເມືອງສິງ ແລະ ເມືອງລອງ ຄື: 6 ຄອບຄົວ ຢູ່ເຂດບ້ານ ສົມປານໃໝ່, ບ້ານສາມສົບ ເມືອງລອງ ແລະ ບ້ານ ຈ່າເຂືອນ ເມືອງສິງ ທີ່ລັກລອບປູກຝິ່ນ ຈໍານວນ 6 ຈຸດ ໃນເນື້ອທີ່ປະມານ 2,5 ເຮັກຕາ, ຫວ່າງບໍ່ດົນມານີ້.
ການທຳລາຍສວນຝິ່ນໃນຄັ້ງ, ເຈົ້າໜ້າທີ່ ຍັງໄດ້ສຶກສາອົບຮົມ ແລະ ກາວເຕືອນຜູ້ທີ່ເປັນເຈົ້າຂອງສວນຝິ່ນ ພ້ອມທັງສ້າງບົດບັນທຶກຢຸດເຊົາ ແລະ ອະທິບາຍໃຫ້ຮູ້ເຖິງລະບຽບກົດໝາຍ ເພື່ອບໍ່ໃຫ້ມີການລັກລອບປູກຝິ່ນຕື່ມອີກ ແລະ ສົ່ງເສີມໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າຢຸດເຊົາປູກຝິ່ນ, ພ້ອມກັນຫັນສູ່ການລ້ຽງສັດນ້ອຍ-ໃຫຍ່, ປູກພຶດລົ້ມລຸກ, ປູກຕົ້ນຢ່າງພາລາ ເພື່ອສ້າງລາຍໄດ້ໃຫ້ກັບຄອບຄົວ ທີ່ຖືກຕ້ອງຕາມລະບຽບກົດໝາຍ ຂອງ ສປປ ລາວ ແລະ ກໍ່ເພື່ອເປັນການພັດທະນາຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນໃຫ້ນັບມື້ນັບດີຂື້ນໄປເລື້ອຍໆ.
ການລັກປູກຝິ່ນ ຍັງເປັນປະກົດການຫຍໍ້ທໍ້ ທີ່ເກີດຂຶ້ນໃນສັງຄົມ ເນື່ອງຈາກເປັນຢາເສບຕິດສິ່ງຕ້ອງຫ້າມ ແລະ ຜິດຕໍ່ລະບຽບກົດໝາຍຂອງ ສປປ ລາວ.

ຂໍ້ມູນ: ປກສ

ຮູບ: ປະກອບ

Related Articles

Leave a Reply