ພະແນກຕໍາຫຼວດຈາລະຈອນ ປກສ ແຂວງຫຼວງນໍ້າທາ ແຈ້ງໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ໃນເດືອນກຸມພາ ປີ2021 ຜ່ານມານີ້, ແຂວງຫຼວງນໍ້າທາ ມີອຸບັດເຫດເກີດຂຶ້ນທັງໝົດ 30 ຄັ້ງ ແລະ ມີຜູ້ເສຍຊີວິດ 4 ຄົນ, ມີຜູ້ບາດເຈັບສາຫັດ 29 ຄົນ ແລະ ເລັກນ້ອຍ 65 ຄົນ. ນອກນັ້ນອຸບັດເຫດດັ່ງກ່າວ ຍັງເຮັດໃຫ້ລົດເປ່ເພເລັກນ້ອຍ 23 ຄັນ, ສົມຄວນ 18 ຄັນ ແລະ ໃຊ້ການບໍ່ໄດ້ 6 ຄັນ.
ພະແນກຕໍາຫຼວດຈາລະຈອນ ປກສ ແຂວງຫຼວງນໍ້າທາ ແຈ້ງໃຫ້ຮູ້ຕື່ມອີກວ່າ: ສໍາລັບ ສາຍເຫດທີ່ພາໃຫ້ເກີດອຸບັດເຫດ ສ່ວນໃຫຍ່ເກີດຈາກດື່ມສິ່ງມືນເມົາ, ແຊງບໍ່ຮັບປະກັນ ແລະ ອື່ນໆ. ສ່ວນພາຫະນະທີ່ຮ່ວມກໍ່ເຫດເກີດອຸບັດເຫດຫຼາຍກວ່າໝູ່ ແມ່ນລົດຈັກຕໍາລົດໃຫຍ່ 12 ຄັ້ງ, ຮອງລົງມາລົດຈັກຕໍາລົດຈັກ 6 ຄັ້ງ, ລົດໃຫຍ່ປີ້ນເອງ 4 ຄັ້ງ, ລົດຈັກລົ້ມເອງ 3 ຄັ້ງ ແລະ ອື່ນໆ.
ຂໍ້ມູນ: ປກສ
ຮູບ: ໜ່ວຍກູ້ໄພ

