ແດນສະຫວັນ ນ້ຳງື່ມຣີສອດ ມອບຜ້າອັດປາກ-ດັງ ແລະ ເຄື່ອງບໍລິໂພກໃຫ້ 4 ພາກສ່ວນຢູ່ເມືອງທຸລະຄົມ

ແດນສະຫວັນ ນ້ຳງື່ມຣີສອດ ມອບຜ້າອັດປາກ-ດັງ ແລະ ເຄື່ອງບໍລິໂພກໃຫ້ 4 ພາກສ່ວນຢູ່ເມືອງທຸລະຄົມ

ແດນສະຫວັນ ນໍ້າງື່ມ ຣີສອດໄດ້ນໍາເອົາເຄື່ອງປະກອບມີນໍ້າດື່ມ 5.000 ຕຸກ, ໝີ່ສໍາເລັດຮູບ 600 ແກັດ, ຜ້າອັດປາກ-ດັງ 20.000 ແຜ່ນ ແລະ ໄຂ່ໄກ່ 200 ແຕະ (6.000 ໜ່ວຍ) ລວມມູນຄ່າ 65 ລ້ານກວ່າກີບ ມາມອບໃຫ້ 4 ພາກສ່ວນ ຢູ່ເມືອງທຸລະຄົມ ແຂວງວຽງຈັນ ປະກອບມີຫ້ອງວ່າການເມືອງທຸລະຄົມ ແຂວງວຽງຈັນ, ຫ້ອງການສາທາລະນະສຸກເມືອງ, ກອງບັນຊາການທະຫານເມືອງ ແລະ ວິທະຍາໄລຄູບ້ານເກິນ.

ພິທີມອບຮັບເຄື່ອງດັ່ງກ່າວໄດ້ຈັດຂຶ້ນເມື່ອວັນທີ 17 ພຶດສະພາ 2021 ທີ່ຜ່ານມາ ຢູ່ເມືອງທຸລະຄົມແຂວງວຽງຈັນ ໂດຍມີ ທ່ານ ນາງ ວົງເດືອນ ວັດຕະໂສ ເຈົ້າເມືອງທຸລະຄົມ ໄດ້ຕາງໜ້າໃຫ້ອົງການປົກຄອງເມືອງເປັນຜູ້ກ່າວຮັບ ແລະ ຕາງໜ້າແດນສະຫວັນ ນໍ້າງື່ມ ຣີສອດ ກ່າວມອບໂດຍທ່ານ ວັນນະເດດ ແກ້ວວຽງຄໍາ  ພ້ອມດ້ວຍຄະນະ.

ໃນວັນດຽວກັນນັ້ນ,  ທີມງານແດນສະຫວັນ ນໍ້າງື່ມ ຣີສອດຍັງໄດ້ໄປມອບເຄື່ອງຊ່ວຍເຫຼືອດັ່ງກ່າວໃຫ້ສູນປະຕິບັດການຂອງຄະນະສະເພາະກິດຂອງແຂວງວຽງຈັນ, ກອງບັນຊາການ ປກສ ແຂວງ, ໂຮງໝໍແຂວງວຽງຈັນ, ວິທະຍາໄລເຕັກນິກແຂວງວຽງຈັນ ແລະ ບ້ານຖິ່ນຍຸງ ເມືອງວຽງຄໍາ ຕື່ມອີກເພື່ອເປັນການຊ່ວຍບັນເທົາທຸກ ຫຼື ຊ່ວຍຫຼຸດຜ່ອນຜົນກະທົບໃນໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19.

ຂໍ້ມູນ-ພາບ: ຫ້ອງການ ຖວທ ເມືອງທຸລະຄົມ.

Related Articles

Leave a Reply