ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານໃຫ້ຊາບວ່າ: ໄດ້ເກີດແຜ່ນດິນໄຫວ ຢູ່ແຂວງໄຊຍະບູລີມີຄວາມແຮງສັ່ນສະເທືອນວັດແທກໄດ້ 2.4 ຣິກເຕີ, ມີຄວາມເລິກຈາກໜ້າດິນ 1 ກິໂລແມັດ, ໃນເວລາ 07 ໂມງ 47 ນາທີ ຂອງເຊົ້າມື້ນີ້ ວັນທີ 15 ຕຸລາ 2020.
ແຜ່ນດິນໄຫວດັ່ງກ່າວ ໄດ້ພົບສັນຍານການເກີດແຜ່ນດິນໄຫວ ຈໍານວນ 1 ຄັ້ງ ບໍລິເວນເຂດບ້ານ ຄູນຄານ, ເມືອງ ໄຊສະຖານ ແຂວງ ໄຊຍະບູລີ ເຊິ່ງຈຸດເກີດແຜ່ນດິນໄຫວ ແມ່ນໄກຈາກຕົວເມືອງໄຊສະຖານ ປະມານ 15 ກິໂລແມັດ, ຊຶ່ງແຜ່ນດິນໄຫວໃນຄັ້ງນີ້ ຍັງເປັນແຜ່ນດິນໄຫວຂະໜາດນ້ອຍ ບໍ່ມີຜົນເສຍຫາຍ.
ໃນເດືອນດຽວກັນນີ້, ວັນທີ 5 ຕຸລາ ຜ່ານມາ, ແຂວງ ໄຊຍະບູລີ ໄດ້ເກີດແຜ່ນດິນໄຫວ ສອງຄັ້ງ ເຊັ່ນ: ຄັ້ງທີ 1 ແມ່ນມີຄວາມແຮງສັ່ນສະເທືອນວັດແທກໄດ້ 2.0 ຣິກເຕີ, ມີຄວາມເລິກຈາກໜ້າດິນ 1 ກິໂລແມັດ, ຢູ່ບໍລິເວນເຂດບ້ານ ພູແລ້ງກາງ, ເມືອງ ຫົງສາ, ຊຶ່ງຈຸດເກີດແຜ່ນດິນໄຫວ ແມ່ນໄກຈາກຕົວເມືອງ ຫົງສາ ປະມານ 17 ກິໂລແມັດ.
ສໍາລັບ ຄັ້ງທີ 2 ຢູຸ່ບໍລິເວນເຂດບ້ານ ນາກອງ, ເມືອງພຽງ, ຈຸດເກີດແຜ່ນດິນໄຫວ ແມ່ນໄກຈາກຕົວເມືອງ ພຽງ ປະມານ 61 ກິໂລແມັດ, ຊຶ່ງມີຄວາມແຮງສັ່ນສະເທືອນວັດແທກໄດ້ 2.3 ຣິກເຕີ ແລະ ມີຄວາມເລິກຈາກໜ້າດິນ 1 ກິໂລແມັດ.
ຂ່າວ: ວຽງຈັນທາຍ

