ແຮງງານລາວ 17 ຄົນທີ່ເຮັດວຽກຢູ່ ໄທລັກລອບເດີນທາງເຂົ້າແຂວງໄຊຍະບູລີ

ແຮງງານລາວ 17 ຄົນທີ່ເຮັດວຽກຢູ່ ໄທລັກລອບເດີນທາງເຂົ້າແຂວງໄຊຍະບູລີ

ອໍານາດການປົກຄອງແຂວງໄຊຍະບູລີ ແຈ້ງໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ເຈົ້າໜ້າທີ່ລາດຕະເວນຊາຍແດນໄດ້ກວດພົບແຮງງານລາວທີ່ເຮັດວຽກຢູ່ປະເທດໄທລັກລອບເຂົ້າມາແຂວງໄຊຍະບູລີ ຫຼື ກັບຄືນມາປະເທດລາວເຂົ້າມາເມືອງຊຽງຮ່ອນ 16 ຄົນ ແລະ ເມືອງໄຊສະຖານ 1 ຄົນ ເມື່ອວັນພຸດທີ່ຜ່ານມາ ແລະ ຄະນະສະເພາະກິດຄວບຄຸມ, ປ້ອງກັນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ນຳໄປສຶກສາອົບຮົມ ແລະ ຈໍາກັດບໍລິເວນແລ້ວ.
ອໍານາດການປົກຄອງແຂວງໄຊຍະບູລີ ໃຫ້ຮູ້ຕື່ມວ່າ: ເພື່ອປ້ອງກັນແຮງງານລາວລັກລອບເຂົ້າມາແຂວງໄຊຍະບູລີ ຍ້ອນມີການລະບາດໜັກຂອງພະຍາດໂຄວິດ-19 ຢູ່ປະເທດໃກ້ຄຽງໄດ້ມີການສຸມໃສ່ລາດຕະເວນຕາມຊາຍແດນຕະຫຼອດ 24 ຊົ່ວໂມງ ແຕ່ຍັງມີຄວາມສຽ່ງຫຼາຍຍ້ອນວ່າແຂວງໄຊຍະບູລີມີຊາຍແດນຕິດກັບປະເທດໃກ້ຄຽງຍາວເຖີງ 647 ກິໂລແມັດ.

Related Articles

Leave a Reply