ໂຄງການກໍ່ສ້າງຕ້ານເຈື່ອນແຄມແມ່ນ້ຳຂອງ ທີ່ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ມີສອງໜ້າວຽກທີ່ສໍາຄັນເພື່ອສ້າງນະຄອນໄກສອນ ພົມວິຫານ ໃຫ້ມີໃບໜ້າອັນໃໝ່ໆ ເປັນເມືອງທີ່ສະອາດ ແລະ ສວຍງາມ, ມີມູນຄ່າກໍ່ສ້າງທັງໝົດ 4,5 ລ້ານໂດລາ.
ຈໍານວນເງິນດັ່ງກ່າວແມ່ນກູ້ຢືມຈາກທະນາຄານພັດທະນາອາຊີ ຊຶ່ງແມ່ນບໍລິສັດລາວມີໄຊກໍ່ສ້າງ ເປັນຜູ້ຮັບເໝົາກໍ່ສ້າງ.
ວຽກທີ 1 ແມ່ນການກໍ່ສ້າງຕ້ານເຈື່ອນແຄມແມ່ນ້ຳຂອງມີຄວາມຍາວທັງໝົດ 980 ແມັດ ເລີ່ມຈາກທ່າບັກເກົ່າລຽບລົງໄປຕາມລຳແມ່ນ້ຳ ຂອງ ໂດຍຈະໄດ້ມີການຖົມດິນຊາຍ ອອກຈາກຂອບທາງອອກໄປ 50 ແມັດ ແລະ ລຽງຫີນລຽບຕາມແມ່ນ້ຳຂອງ ພ້ອມວຽກຕົບແຕ່ງຄວາມງາມໜ້າເດີ່ນດ້ວຍເບຕົງລວດລາຍ ແລະ ສວນດອກໄມ້ຈຳນວນໜຶ່ງ ນອກນັ້ນ ຍັງມີບ່ອນຫັດກາຍ, ມີຈຸດນັ່ງຊົມ ວິວ-ນັ່ງເບິ່ງເຮືອຊ່ວງ ແລະ ມີຮ້ານຄ້າ, ການກໍ່ສ້າງສໍາເລັດແລ້ວຫຼາຍກວ່າ 64%.
ສ່ວນວຽກທີ 2 ແມ່ນການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກຄວາມຍາວ 980 ແມັດ ຕາມຄວາມຍາວຂອງກັນເຈື່ອນ, ມີໜ້າທາງກວ້າງ 7 ແມັດ, ມີທາງຍ່າງສອງຂ້າງທາງ ແລະ ມີບ່ອນຈອດລົດ, ປະຈຸບັນການກໍ່ສ້າງສໍາເລັດແລ້ວຫຼາຍກວ່າ 90%, ສຳລັບວຽກທີ່ຍັງຄ້າງຄາແມ່ນການຕົບແຕ່ງປະດັບປະດາ, ປູກຫຍ້າ ແລະ ລະບົບໄຟຟ້າຕ່າງໆ.
ທັງສອງວຽກດັ່ງກ່າວແມ່ນຈະສໍາເລັດ 100 % ໃນປີ 2021.
ໃນທ້າຍເດືອນເມສາຜ່ານມານີ້, ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງ ເຈົ້າແຂວງ ທັງເປັນປະທານຊີ້ນຳໂຄງການພັດທະນາຕົວເມືອງຕາມແລວເສດຖະກິດຕາເວັນອອກ-ຕາເວັນຕົກອະນຸພາກພື້ນແມ່ນ້ຳຂອງ (ໂຄງການ GMS) ພ້ອມຄະນະນຳໂຄງການ ແລະ ທີ່ປຶກສາໂຄງການ GMS ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ໄດ້ລົງຢ້ຽມຢາມ ແລະ ຕິດຕາມເບິ່ງຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການດັ່ງກ່າວ.
ຂ່າວ: ວຽງຈັນທາຍ
ພາບ: ໜັງສືພິມ ສະຫວັນພັດທະນາ

