ໂຄງການກໍ່ສ້າງສະຖານີວິທະຍຸ-ໂທລະພາບ ແຂວງໄຊສົມບູນສຳເລັດແລ້ວ 50%

ໂຄງການກໍ່ສ້າງສະຖານີວິທະຍຸ-ໂທລະພາບ ແຂວງໄຊສົມບູນສຳເລັດແລ້ວ 50%

ໂຄງການກໍ່ສ້າງສະຖານີວິທະຍຸ-ໂທລະພາບ ແຂວງໄຊສົມບູນ ທີ່ໄດ້ເລີ່ມລົງມືກໍ່ສ້າງມາແຕ່ເດືອນກຸມພາ ປີ 2020, ມາຮອດປັດຈຸບັນນິ້ ເຫັນວ່າການກໍ່ສ້າງໄດ້ມີຄວາມຄືບໜ້າພໍສົມຄວນ ແລະ ສໍາເລັດແລ້ວ 50 % ຂອງໜ້າວຽກທັງໝົດ, ຊຶ່ງກໍານົດໄລຍະເວລາຕາມສັນຍາກໍ່ສ້າງ 23 ເດືອນ ໃຫ້ສໍາເລັດ 100%.

ໃນຫວ່າງບໍ່ດົນມານີ້, ທ່ານ ສະຫວັນຄອນ ຣາຊະມຸນຕີ, ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວ ຕິດຕາມກວດກາ ແລະ ຊຸກຍູ້ວຽກງານໂຄງການດັ່ງກ່າວ ເພື່ອໃຫ້ຖືກຕ້ອງຕາມເຕັກນິກ ແລະ ມີປະສິດທິຜົນ, ທັງນີ້ ກໍເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານສື່ມວນຊົນ ໃນໄລຍະໃໝ່ ກໍຄືແຂວງໄຊສົມບູນ ໃຫ້ມີຄວາມເຂັ້ມແຂງ.

ໂອກາດນີ້, ທ່ານ ຮວ່າງ ແຄັງ ແທ່ງ, ຕາງໜ້າບໍລິສັດ ຮ່ວມມືເສດຖະກິດ ໂກເອກໂກ ຈຳກັດຜູ້ດຽວ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານໂຄງການກໍ່ສ້າງດັ່ງກ່າວ ໃຫ້ຮູ້ວ່າ: ໂຄງການກໍ່ສ້າງສະຖານີວິທະຍຸ-ໂທລະ ພາບ ແຂວງໄຊສົມບູນ ປະກອບມີ: ຫ້ອງການເຮັດວຽກອາຄານສອງຊັ້ນ ເຮືອນຕິດຕັ້ງເຄື່ອງຈ່າຍສັນຍານ, ຫໍພັກພະນັກງານເຕັກນິກ, ເຮືອນຕິດຕັ້ງຈັກດູດນໍ້າ,  ລະບົບດັບເພີງ, ລະບົບໄຟຟ້າ,  ອຸປະກອນຄົບຊຸດ, ເສົາອັງແຕນ ສູງ 75 ແມັດ ແລະ ອື່ນໆ,​ ໂດຍແມ່ນບໍລິສັດ ຮ່ວມມືເສດຖະກິດ ໂກເອກໂກ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ, ມີມູນຄ່າຂອງການກໍ່ສ້າງທັງໝົດ 118.950.817.021 ດົ່ງ, ໃນນັ້ນທຶນສົມທົບກັບລັດຖະບານລາວ ຈຳນວນ 1.800.000.000 ກີບ.

ໂຄງການກໍ່ສ້າງສະຖານີວິທະຍຸ-ໂທລະພາບແຂວງ ຈະເປັນບ່ອນໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ, ສາລະໜ້າຮູ້ຕ່າງໆ, ລະບຽບກົດໝາຍ ແລະ ແນວທາງນະໂຍບາຍຂອງພັກ-ລັດ ໃຫ້ແກ່ສັງຄົມ ໂດຍສະເພາະກໍຄືຊາວແຂວງໄຊສົມບູນ ໄດ້ຢ່າງວ່ອງໄວ, ໃນໂອກາດນີ້, ທ່ານ ຮອງລັດຖະມົນຕີ ຍັງໄດ້ນຳເອົາໂທລະໂຄ່ງ ຈຳນວນ 1 ຊຸດມາມອບໃຫ້ ພະແນກ ຖວທ ແຂວງ ຕື່ມອີກ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply