ໂຄງການຄຸ້ມຄອງ​ອ່າງ​ຮັບ​ນ້ຳຂະໜາດ​ນ້ອຍຕິດ ​ພັນ​ກັບ​ການຈັດສັນ​ອາຊີບ​ໝັ້ນຄົງຈະ​ຈັດຕັ້ງປະຕິບັດ​ຢູ່ 4 ແຂວງ

ໂຄງການຄຸ້ມຄອງ​ອ່າງ​ຮັບ​ນ້ຳຂະໜາດ​ນ້ອຍຕິດ ​ພັນ​ກັບ​ການຈັດສັນ​ອາຊີບ​ໝັ້ນຄົງຈະ​ຈັດຕັ້ງປະຕິບັດ​ຢູ່ 4 ແຂວງ

ທີ​ມ​ງານ​ແຜນ​ພັດທະນາ​ເຂດ​ເນີນ​ສູງ​ພາກ​ເໜືອ ໄລຍະ 3 ​ກະກຽມ​ຂຽນ​ບົດສະເໜີ​ໂຄງການ​ຄຸ້ມຄອງ​ອ່າງ​ຮັບ​ນ້ຳຂະໜາດ​ນ້ອຍຕິດ ​ພັນ​ກັບ​ການຈັດສັນ​ອາຊີບ​ໝັ້ນຄົງ ທີ່​ຈະ​ໄດ້​ຮັບ​ງົບປະມານຊ່ວຍ ເຫຼືອຈາກ​ລັດຖະບານ​ຝຣັ່ງໂດຍ​ ຜ່ານ​ອົງການ​ຝຣັ່ງ​ເສດເພື່ອ​ການ ​ພັດທະນາ (AFD) ແລະ ຄາດຄະເນ​ ວ່າໂຄງການ​ດັ່ງກ່າວຈະ​ຈັດຕັ້ງ ປະຕິບັດ​ຢູ່ 4 ແຂວງ​ຄື: ແຂວງ ຊຽງຂວາງ, ແຂວງ​ຫົວພັນ, ແຂວງ ​ຫຼວງ​ພະ​ບາງ ແລະ ແຂວງ​ ຜົ້ງ​ສາລີ.

ແຂວງ​ຊຽງ​ຂວາງ​ມີ​ທ່າແຮງ​ຫຼາຍ​ດ້ານ ໂດຍ​ສະເພາະວຽກ​ງານ​ກະສິກຳ, ການ​ເຮັດ​ວຽກ​ຮ່ວມ​ກັບ​ປະຊາຊົນ​ ຮ່ວມ​ກັບ​ຜູ້​ໃຫ້​ທຶນ ໂດຍ​ຈັດ​ຕັ້ງ​ເປັນ​ກຸ່ມ​ການ​ຜະລິດ ເພື່ອ​ສ້າງ​ເປັນ​ຕົວ​ແບບ ແລະ ຍືນ​ຍົງ.

ຫົວໜ້າ​ຜູ້​ປະສານ​ງານ​ແຜນ​ພັດທະນາ​ເຂດ​ເນີນ​ສູງ​ພາກ​ເໜືອ ໄລຍະ 3 , ທ່ານ ຄຳ​ສອນ ສີສະ​ຍຸດ ພ້ອມ​ດ້ວຍ​ທີ​ມ​ງານ​ຊ່ຽວ​ຊານ ໄດ້ເຂົ້າ​ພົບ ​ທ່ານ ບົວ​ສອນ ສີ​ນວນ​ທອງ ຮອງ​ເຈົ້າແຂວງຊຽງ​ຂວາງ ເມື່ອບໍ່ດົນມານີ້ ​ທີ່​ຫ້ອງ​ວ່າການ​ແຂວງ ເພື່ອສະເໜີໂຄງການ​ຄຸ້ມຄອງ​ອ່າງ​ຮັບ​ນ້ຳຂະໜາດ​ນ້ອຍຕິດ ​ພັນ​ກັບ​ການຈັດສັນ​ອາຊີບ​ໝັ້ນ ຢູ່ແຂວງຊຽງຂວາງ. 

ຂ່າວຂ່າວ-ພາບ:  ບຸນ​ມີ

Related Articles

Leave a Reply