ໂຄງການທະລຸ ຍົກລະດັບເສັ້ນທາງຂື້ນພູເບ້ຍ ແຕ່ຫ້ວຍເບ້ຍ ຫາປ້ອມ 1 ແລະ ປ້ອມ 2 (ປ້ອມວົງໃນ) ເມືອງອະນຸວົງ ແຂວງໄຊສົມບູນ ຈະສໍາເລັດໃນປີ 2023 ໂດຍແມ່ນ ໂດຍແມ່ນຄະນະຊີ້ນໍາວຽກງານກໍ່ສ້າງຮາກຖານການເມືອງພັດທະນາ 3 ຈຸດສູມ ແຂວງໄຊສົມບູນເປັນເຈົ້າຂອງໂຄງການ ແລະ ຮັບເໝົາກໍ່ສ້າງໂດຍບໍລິສັດ ຄໍາໄພຊະນະຈໍາກັດຜູ້ດຽວ.
ໂຄງການກໍ່ສ້າງເສັ້ນທາງດັ່ງກ່າວນີ້ມີມູນຄ່າຫຼາຍກວ່າ 129 ຕື້ກີບ, ເປັນເສັ້ນທາງປູຢາງ ມີຄວາມຍາວ 20 ກິໂລແມັດ ແລະ ກວ້າງ 4 ແມັດ ຊຶ່ງໄລຍະເວລາໃນການກໍ່ສ້າງ ແມ່ນ 3 ປີ ນັບແຕ່ເດືອນ ມັງກອນ 2020 ຫາ ເດືອນ ມັງກອນ 2023.
ພິທີເຊັນສັນຍາຮັບເໝົາກໍ່ສ້າງໂຄງການດັ່ງກ່າວໄດ້ຈັດຂຶ້ນມື້ວານນີ້ ວັນທີ 21 ກໍລະກົດ ທີ່ຫ້ອງວ່າການແຂວງໄຊສົມບູນ ລະຫວ່າງ ທ່ານ ພົຕ ປອ ວົງຄໍາ ພົມມະກອນ, ຫົວໜ້າກົມໃຫຍ່ພະລາທິການກອງທັບ ແລະ ທ່ານ ຄໍາໄພ ສົມສະນະ, ປະທານບໍລິສັດ ກຸ່ມຄໍາໄພຊະນະ ຈໍາກັດຜູ້ດຽວ ໂດຍຊ້ອງໜ້າພະຍານທັງສອງຝ່າຍ.
ຂ່າວ: ວຽງຈັນທາຍ

