ໂຄງການພັດທະນາທ່າເຮືອ ແລະ ບໍລິການ ເຂດບ້ານມອມ ຢູ່ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ຈະລົງທຶນເບື້ອງຕົ້ນປະມານ 50 ລ້ານໂດລາ ຊຶ່ງເປັນການລົງທຶນລະຫວ່າງລັດຖະບານລາວ ແລະ ບໍລິສັດ ໂອເຊຍໂນການຄ້າ ຈໍາກັດຜູ້ດຽວ ໂດຍຈະປະກອບມີ 14 ກິດຈະການ ໂດຍຈະໃຊ້ໄລຍະເວລາໃນການກໍ່ສ້າງ 9 ປີ ນັບແຕ່ທ້າຍປີ 2020 ນີ້ ຊຶ່ງການກໍ່ສ້າງຈະແບ່ງເປັນ 3 ໄລຍະ.
14 ກິດຈະການດັ່ງກ່າວປະກອບມີ ການກໍ່ສ້າງເສັ້ນທາງຄົມມະນາຄົມ, ທ່າທຽບເຮືອສາກົນ, ເຂດການຄ້າປອດພາສີ, ກໍ່ສ້າງພື້ນຖານໂຄງລ່າງສິ່ງອໍານວຍຄວາມສະດວກ, ລານຈອດລົດຂົນ ສົ່ງ ແລະ ລານຈອດບໍລິການ, ສາງສິນຄ້າກາງແຈ້ງ ແລະ ໃນຮົ່ມ, ຈຸດກັກກັນພືດ-ສັດຕະວະແພດ, ຫ້ອງ ການບໍລິຫານ ແລະ ຫໍພັກພະນັກງານ, ເຂດອຸດສາຫະກໍາປຸງແຕ່ງ, ສູນການຄ້າ ແລະ ຕະຫຼາດ, ບ້ານຈັດສັນ ໂຮງແຮມ ຣີສອດ, ສວນສາທາລະນະ, ສູນເຝິກອົມຮົມວິຊາຊີບ, ກິດຈະການເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານເອເລັກໂຕຣນິກ, ປໍ້ານໍ້າມັນ ແລະ ສາງເກັບມ້ຽນນໍ້າມັນ.
ໂຄງການດັ່ງກ່າວໄດ້ມີພິທີວາງສີລາລຶກ ເມື່ອວັນເສົາ ວັນທີ 3 ຕຸລາທີ່ຜ່ານມາ ຢູ່ບ້ານມອມ ເມືອງຕົ້ນເຜິ້ງ ໂດຍເຂົ້າຮ່ວມເປັນປະທານຂອງທ່ານ ຮອງນາຍົກລັດຖະມົນຕີ, ທ່ານ ປອ ບຸນທອງ ຈິດມະນີ, ເຈົ້າແຂວງບໍ່ແກ້ວ ທ່ານ ປອ ບົວຄົງ ນາມມະວົງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຂໍ້ມູນ-ພາບ: ແສງເພັດແຊ່ຈ່າວ

