ໂຄງການສຶກສາ-ສຳຫຼວດ-ກໍ່ສ້າງເສັ້ນທາງ ແລະ ຄ້າຍທະຫານທີ່ຕິດພັນກັບວຽກງານພັດທະນາດ້ານກະສິກໍາເພື່ອທຳການຜະລິດ

ໂຄງການສຶກສາ-ສຳຫຼວດ-ກໍ່ສ້າງເສັ້ນທາງ ແລະ ຄ້າຍທະຫານທີ່ຕິດພັນກັບວຽກງານພັດທະນາດ້ານກະສິກໍາເພື່ອທຳການຜະລິດ

ກະຊວງປ້ອງກັນປະເທດ ຮ່ວມກັບ ບໍລິສັດເອເຊຍລົງທຶນ ພັດທະນາ ແລະ ກໍ່ສ້າງຈໍາກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈໂຄງການສຶກສາ-ສຳຫຼວດ-ກໍ່ສ້າງເສັ້ນທາງ ແລະ ຄ້າຍທະຫານທີ່ຕິດພັນກັບວຽກງານພັດທະນາດ້ານກະສິກຳ ເພື່ອທໍາການຜະລິດ ຢູ່ເຂດເມືອງມຸນລະປະໂມກ ແຂວງຈໍາປາສັກ.

ໂຄງການດັ່ງກ່າວມີເນື້ອທີ່ປະມານ 58.296 ເຮັກຕາ ທີ່ຈະຕ້ອງໄດ້ສຶກສາ-ສໍາຫຼວດ ໃນໄລຍະເວລາ 3 ປີ ເພື່ອເປັນການປະເມີນການປູກຝັງວ່າພືດຊະນິດໃດທີ່ເໝາະສົມຢູ່ເຂດດັ່ງກ່າວ ລວມທັງການສຶກສາແຫຼ່ງນ້ຳ, ລະບົບຊົນລະປະທານ, ກໍ່ສ້າງຕາຂ່າຍໄຟຟ້າ, ການປຸງແຕ່ງກະສິກໍາ, ການກໍ່ສ້າງເຂດຕັ້ງຄ້າຍທະຫານ, ເຂດສະໜາມຫັດແອບ ແລະ ການສ້າງບ້ານພັດທະນາຂອງປະຊາຊົນໃນຂອບເຂດດັ່ງກ່າວໃຫ້ມີຊີວິດການເປັນຢູ່ດີຂຶ້ນ.

ພິທີເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ສະຫາຍ ພົນຕີ ວົງຄໍາ ພົມມະກອນ, ຫົວໜ້າກົມໃຫຍ່ພະລາທິການກອງທັບ ແລະ ທ່ານ ພຶດສະພາ ພູມມະສັກ, ປະທານບໍລິສັດ ເອເຊຍລົງທຶນພັດທະນາ ແລະ ກໍ່ສ້າງຈໍາກັດຜູ້ດຽວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.

ຂໍ້ມູນ-ພາບ: ອາຫວຸ້ນ

Related Articles

Leave a Reply