ໂຄງການຮ່ວມໃຈ ສາຍໄຍໂລມາຄຳ ມີຄວາມຄືບໜ້າຫຼາຍກວ່າ 70%

ໂຄງການຮ່ວມໃຈ ສາຍໄຍໂລມາຄຳ ມີຄວາມຄືບໜ້າຫຼາຍກວ່າ 70%

ທ່ານ ນາງ ສຸວັນເພັງ ບຸບຜານຸວົງ ສສຊ ເຂດເລືອກທີ13, ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ແລະ ທ່ານທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງໆສະຫວັນນະເຂດ ໄດ້ລົງຕິດຕາມຄວາມຄືບໜ້າໂຄງການຮ່ວມໃຈ ສາຍໄຍໂລມາຄຳ ບ້ານຕາຢົງ ແລະ ບ້ານປາແໜະ ຈຸດສຸມຕັງອາໄລລະແບງເມືອງນອງ ແຂວງສຫວັນນະເຂດ ມື້ວານນີ້ວັນທີ 26 ກໍລະກົດ, ຊຶ່ງໂຄງການດັ່ງກ່າວມີຄວາມຄືບໜ້າຫຼາຍກວ່າ 70%.

ໂຄງການ ຮ່ວມໃຈ ສາຍໄຍໂລມາຄຳ ເປັນໂຄງການແກ້ໄຂປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ຫຼື ແກ້ໄຂຄວາມທຸກຍາກຂອງປະຊາຊົນ 2 ບ້ານເປົ້າໝາຍຂອງໂຄງການ ຄື ບ້ານຕາຢົງ ແລະ ບ້ານປາແໜະ, ກິດຈະກໍາຂອງໂຄງການມີການສ້າງຝາຍ, ເຈາະນໍ້າບາດານ, ສົ່ງເສີມການປູກພຶດ ແລະ ລ້ຽງສັດ, ການຕໍ່າກີ່ແອວ ແລະ ອື່ນໆ.

ທ່ານ ວັດທະນາ ໄຊສົມບັດ ວິຊາການ ໂຄງການ ຮ່ວມໃຈ ສາຍໄຍໂລມາຄຳ ໄດ້ກ່າວຕໍ່ທີມງານວຽງຈັນທາຍມື້ເຊົ້ານີ້ວັນທີ 27 ກໍລະກົດວ່າ: ໂດຍລວມແລ້ວກິດຈະກໍາຂອງໂຄງການສໍາເລັດແລ້ວຫຼາຍກວ່າ 70% ຊຶ່ງປະກອບມີສໍາເລັດການສ້າງຝາຍ 2 ແຫ່ງ, ເຈາະນໍ້າບາດານ 10 ແຫ່ງ, ການປູກພຶດ ແລະ ການສົ່ງເສີມການຕໍ່າກີ່ແອວ. ປັດຈຸບັນນີ້ທາງໂຄງການໄດ້ກຽມສັດລ້ຽງ ເຊັ່ນ: ໝູ ແລະ ແບ້ຈໍານວນໜຶ່ງເພື່ອມອບໃຫ້ປະຊາຊົນ 2 ບ້ານດັ່ງກ່າວ.

ໂຄງການຮ່ວມໃຈສາຍໄຍໂລມາຄໍາ ແມ່ນໄດ້ຮັບການຊ່ວຍເຫຼືອດ້ານທຶນຮອນ ລວມ 1 ຕື້ກີບ ຈາກ ທ່ານເກ໋ຍ ອູ່ສິດທິເດດ ເຈົ້າຂອງໂຮງງານນໍ້າດື່ມ ແລະ ນໍ້າກ້ອນໂລມາຄໍາ ແລະ ທ່ານ ສາຍສະໝອນ ກວານເມືອງຈັນ ອໍານວຍການສະຖາບັນການເງິນ ສາຍໄຍຈຸລະພາກ ຢູ່ແຂວງສະຫວັນນະເຂດ, ຊຶ່ງ ໄລຍະເວລາຂອງໂຄງການແມ່ນ 1 ປີ, ນັບ ແຕ່ເດືອນ ມັງກອນ ຫາ ເດືອນທັນວາ 2020.

ຂ່າວ: ວຽງຈັນທາຍ

ພາບ: Huak

Related Articles

Leave a Reply