ໂຈະກິດຈະກໍາຈັດງານບຸນຊ່ວງເຮືອ ແຕ່ມີພຽງພິທີທາງສາດສະໜາເທົ່ານັ້ນ ຢູ່ນະຄອນຫຼວງພະບາງ

ໂຈະກິດຈະກໍາຈັດງານບຸນຊ່ວງເຮືອ ແຕ່ມີພຽງພິທີທາງສາດສະໜາເທົ່ານັ້ນ ຢູ່ນະຄອນຫຼວງພະບາງ

ເຈົ້ານະຄອນ ຫຼວງພະບາງ ໄດ້ອອກແຈ້ງການໃນວັນທີ 8 ສິງຫາ 2020 ໃຫ້ພໍ່ແມ່ປະຊາຊົນລາວ ບັນດາເຜົ່າ ຊາບວ່າ : ກິດຈະກໍາຈັດງານບຸນຊ່ວງເຮືອ ໃນບຸນຫໍ່ເຂົ້າປະດັບດິນ ປີນີ້ແມ່ນໃຫ້ໂຈະ, ແຕ່ສຶບຕໍ່ປະຕິບັດພິທີທາງສາດສະໜາ ຕາມຮີດຄອງປະເພນີເທົ່ານັ້ນ ເພື່ອປ້ອງກັນການລະບາດຂອງພະຍາດໂຄວິດ-19. 

ອີງຕາມແຈ້ງການແມ່ນໃຫ້ສຶບຕໍ່ປະຕິບັດພິທີທາງສາດສະໜາ, ການໃສ່ບາດຢູ່ວັດວາອາຮາມ ຕາມອັດທະຍາໄສ, ຕາມເງື່ອນໂຂຂອງແຕ່ລະບ້ານ, ໂຈະບໍ່ໃຫ້ມີງານໂລະລາດ ຢູຸ່ບັນດາເສັ້ນກາງເມືອງ, ໃຫ້ມີພຽງແຕ່ງານຕະຫຼາດນັດຢູ່ເດີ່ນທາດຫຼວງ ໃນລະຫວ່າງວັນທີ 10-19 ສິງຫາ 2020 ເທົ່ານັ້ນ.

ພ້ອມນັ້ນ, ກໍໃຫ້ໂຈະການແຂ່ງຂັນຊ່ວງເຮືອຢູ່ບ້ານຫາດຮ່ຽນ ໂດຍມອບໃຫ້ບ້ານເປັນຜູ້ປະກອບພິທີບູຊາທາງສາດສະໜາຢູ່ທີ່ທ່ານໍ້າທີ່ເຄີຍປະຕິບັດກັນມາ ແລະ ຈະມີເຮືອພຽງ 15 ສີພາຍ 2 ລໍາ ພາຍລ່ອງລົງມາ ເພື່ອບຸຊາໜ້ານໍ້າຜ; ໂຈະການແຂ່ງຂັນຊ່ວງເຮືອຢູ່ສັງຄະໂລກ ໂດຍມອບໃຫ້ບ້ານເປັນຜູ້ປະກອບພິທີບູຊາ, ຂອບໄຂ່ວປາກນໍ້າດົງທີ່ເຄີຍປະຕິບັດກັນມາ ແລະ ຈະມີເຮືອ 15 ສີພາຍ 2 ລໍາ ພາຍລ່ອງລົງມາ ເພື່ອບຸຊາໜ້ານໍ້າ.

ສໍາສັບໃນມື້ບຸນຊ່ວງເຮືອທີ່ກົງກັບວັນທີ 18 ສິງຫາ 2020 ທີ່ຍຶ່ງຄານ ແມ່ນຈະໄດ້ໂຈະບໍ່ໃຫ້ມີການແຂ່ງຂັນຊ່ວງເຮືອແບບມວນຊົນ, ແຕ່ຈະມີພຽງແຕ່ເຮືອນາງດໍາ-ນາງດ່ອນ 1 ຄູ່ ແລະ ເຮືອຊ່ວງປະເພນີ 2 ຄູ່ ຈາກບ້ານ ຊຽງທອງ, ປ່າຂາມ, ຫາດຮ່ຽນ, ສັງະໂລກ ລົງພາຍຕາມຮີດຄອງປະເພນີ ເພື່ອບຸຊາໜ້ານໍ້າ ແລະ ສະຖານທີ່ສັກສິດຕ່າງໆ. 

ຂ່າວ: ວຽງຈັນທາຍ

Related Articles

Leave a Reply