ໂຮງ­ແຮມພອນທິບ ພລາຊາ ​ຖືກ​ເລືອກ​ເປັນ​ສູນ​ກັກ​ກັນ​ຊົ່ວ­ຄາວ

ໂຮງ­ແຮມພອນທິບ ພລາຊາ ​ຖືກ​ເລືອກ​ເປັນ​ສູນ​ກັກ​ກັນ​ຊົ່ວ­ຄາວ

ໂຮງ­ແຮມພອນທິບ ພລາຊາ ເປັນໜຶ່ງໃນຈຳນວນ 19 ໂຮງ­ແຮມທີ່ລັດ­ຖະ­ບານໄດ້ຄັດເລືອກເປັນສູນກັກກັນຊົ່ວ­ຄາວໃຫ້ແຂກ ມາແຕ່ຕ່າງປະເທດ ທີ່ໄດ້ຮັບອະ­ນຸ­ຍາດໃຫ້ເດີນ­ທາງເຂົ້າມາ ສປປ ລາວ ເພື່ອກັກຕົວໄລຍະ14ວັນ ຕາມມາດຕະ­ການກັກໂຕຂອງຄະ­ນະສະ­ເພາະກິດວາງອອກຢ່າງເຄັ່ງຄັດ ເພື່ອປ້ອງກັນການຕິດເຊື້ອພະຍາດໂຄວິດ-19.

ທ່ານ ນາງ ມະໄລທິບ ສີ­ວິ­ໄລ ເຈົ້າຂອງໂຮງ­ແຮມພອນທິບ ພລາຊາໃຫ້ສຳ­ພາດເມື່ອບໍ່ດົນຜ່ານມາວ່າ: ພາຍ­ຫຼັງພະ­ຍາດໂຄວິດ-19 ມີການລະ­ບາດ ໂຮງ­ແຮມພອນທິບ ພລາຊາ ກໍໄດ້ປິດການບໍ­ລິ­ການຕາມຄະ­ນະສະ­ເພາະກິດວາງອອກ. ປັດ­ຈຸ­ບັນ ລັດ­ຖະ­ບານໄດ້ຜ່ອນ­ຜັນມາດຕະ­ການ ແລະ ໂຮງ­ແຮມແຫ່ງນີ້ ຈຶ່ງຖືກຄັດເລືອກໃຫ້ເປັນສູນກັກກັນຊົ່ວ­ຄາວໃຫ້ແຂກທັງພາຍໃນ ແລະ ຕ່າງ­ປະ­ເທດແຕ່ທ້າຍເດືອນພຶດ­ສະ­ພາຜ່ານມາ.

ສຳ­ລັບ ຜູ້ທີ່ມາກັກກັນຊົ່ວ­ຄາວ ຈະຕ້ອງຢູ່ໃນຫ້ອງເປັນເວ­ລາ 14 ວັນ ແລະ ບໍ່ໃຫ້ຍ່າງໄປມາ​​ເລາະຕາມສະ­ຖານ­ທີ່ຕ່າງໆ, ບໍ່ໃຫ້ໄປ­ມາ­ຫາ­ສູ່ກັນລະ­ຫວ່າງຫ້ອງ​​ຕໍ່ຫ້ອງ ແລະ ບໍ່ໃຫ້ນັດພົບບຸກ­ຄົນພາຍນອກບໍ­ລິ­ເວນໂຮງ­ແຮມເດັດ­ຂາດ.ໃນນັ້ນ ການບໍ­ລິ­ການອາ­ຫານ ຈະຈັດສົ່ງຕາມເວ­ລາທີ່ໂຮງ­ແຮມຈັດສັນໄວ້, ຜູ້ກັກໂຕຈະຕ້ອງປະ­ຕິ­ບັດການວັດ­ແທກອຸນ­ຫະ­ພູມຮ່າງ­ກາຍ ແລ້ວລາຍງານໃຫ້ເຈົ້າໜ້າ­ທີ່ຕາມລະ­ບຽບຢ່າງເຂັ້ມງວດ. ພາຍ­ຫຼັງຜູ້ກັກກັນຄົບ 14 ວັນອອກໄປແລ້ວ,  ກໍຍັງໄດ້ມີການພົ່ນຢາຂ້າເຊື້ອເພື່ອຮອງຮັບການປ້ອງກັນແຂກຄົນຕໍ່ໄປ.

ໂຮງ­ແຮມພອນທິບ ພລາຊາ ຕັ້ງຢູ່ຖະ­ໜົນຄູວຽງ, ບ້ານບຶງຂະຫຍອງ, ເມືອງສີສັດ­ຕະນາກ, ນະຄອນຫຼວງວຽງຈັນ ຊຶ່ງປະຈຸ­ບັນມີຜູ້​​ເຂົ້າມາກັກໂຕ ຢູ່ 3 ຄົນ, ເປັນຄົນ ຕ່າງ­ປະ­ເທດ, ໂດຍທາງໂຮງ­ແຮມໄດ້ສະ­ໜອງອຸ­ປະ­ກອນເຄື່ອງ­ໃຊ້ຂັ້ນພື້ນ­ຖານທີ່ຈຳ­ເປັນໃນຫ້ອງນອນ ທີ່ກຳ­ນົດໄວ້ເພື່ອໃຫ້ນຳໃຊ້ຄົບ 14 ວັນ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply