ໂຮງໝໍມະໂຫສົດ ຈະກາຍເປັນໂຮງໝໍທີ່ໃຫ່ຍ ແລະ ທັນສະໄໝທີ່ສຸດໃນລາວ

ໂຮງໝໍມະໂຫສົດ ຈະກາຍເປັນໂຮງໝໍທີ່ໃຫ່ຍ ແລະ ທັນສະໄໝທີ່ສຸດໃນລາວ

ໂຮງໝໍມະໂຫສົດຈະກາຍເປັນໂຮງໝໍທີ່ໃຫ່ຍ ແລະ ມີອຸປະກອນການແພດທີ່ທັນສະໄໝທີ່ສຸດໃນ ສປປ ລາວ, ຈະມີທັງຫມົດ 600 ຕຽງ, ມີມູນຄ່າການກໍ່ສ້າງຫຼາຍກວ່າ 590 ລ້ານຢວນ ຊຶ່ງໄດ້ຮັບການຊ່ວຍເຫຼືອລ້າຈາກລັດຖະບານ ຈີນ, ການກໍ່ສ້າງແບ່ງອອກເປັນ 2 ໄລຍະ ຊຶ່ງໄລຍະທີ 1 ຈະສໍາເລັດໃນເດືອນ ກຸມພາ 2021 ທີ່ຈະມາເຖິງນີ້, ພາຍຫຼັງທີ່ເລີ່ມ ການກໍ່ສ້າງມາແຕ່ ເດືອນພະຈິກ 2018.

ທ່ານ Wang Zigang ຫົວຫນ້າທີມງານເຕັກນິກ ຂອງໂຄງການກໍ່ສ້າງ ໂຮງຫມໍມະໂຫສົດໄດ້ ໃຫ້ສຳພາດຕໍ່ທີມງານວຽງຈັນທາຍວ່າ : ຕາມແຜນແລ້ວ, ໄລຍະທີ 1 ຂອງການກໍ່ສ້າງໂຮງໝໍດັ່ງກ່າວ ແມ່ນຈະສໍາເລັດໃນກາງປີ 2020, ແຕ່ຍ້ອນຜົນກະທົບຈາກພະຍາດໂຄວິດ-19 ຈຶ່ງເຮັດໃຫ້ການກໍ່ສ້າງສຳເລັດຊ້າກ່ວາກຳນົດ ແຕ່ເຊື່ອວ່າຈະສຳເລັດໃນເດືອນ ເມສາ 2021 ນີ້ ແລະ ຈະເລີ່ມຍ້າຍຄົນເຈັບ ຂຶ້ນມາໃຊ້ຕຶກໃໝ່ ຫຼັງຈາກນັ້ນກໍ່ຈະທຸບຕຶກເກົ່າ ເພື່ອເລີ່ມກໍ່ສ້າງ ໄລຍະທີ 2 ຊຶ່ງຕຶກເກົ່ານີ້ແມ່ນ ຈະຈົ່ງໄວ້ພຽງແຕ່ຕຶກບໍລິຫານບາງຕຶກເທົ່ານັ້ນ. ສຳລັບການກໍ່ສ້າງໄລຍະທີ 2 ຄາດວ່າຈະສໍາເລັດໃນເດືອນ ມີນາ 2022.

ພາບ -ຂ່າວ: ວຽງດາວັນ

Related Articles

Leave a Reply