ໂຮງໝໍມິດຕະພາບ 150 ຕຽງ ໄດ້ຮັບການຊ່ວຍເຫຼືອຜ້າອັດປາກຈາກບໍລິສັດ ລາວອາຊີ

ໂຮງໝໍມິດຕະພາບ 150 ຕຽງ ໄດ້ຮັບການຊ່ວຍເຫຼືອຜ້າອັດປາກຈາກບໍລິສັດ ລາວອາຊີ

 ບໍລິສັດ ລາວອາຊີ ພັດທະນາເສດຖະກິດ ແລະ ການລົງທຶນ ບ໊ອກ ຈຳກັດໄດ້ມອບຜ້າອັດປາກອະນາໄມ ຈຳນວນ 10.000 ແຜ່ນ ເພື່ອປ້ອງກັນພະຍາດ ໂຄວິດ-19 ໃຫ້ໂຮງໝໍມິດຕະພາບ150 ຕຽງ.

ພິທີມອບ-ຮັບອຸປະກອນດັ່ງກ່າວໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ສໍານັກງານນາຍົກລັດຖະມົນຕີ (ສນຍ) ຊຶ່ງກ່າວມອບໂດຍ ທູດເສດຖະກິດຈາກສຳນັກງານທູດເສດຖະກິດຈີນ ທ່ານ ຈ້າວ ເວີນ ຢູ (ZHAO WEN YU) ແລະ ຕາງໜ້າໂຮງໝໍມິດຕະພາບ ກ່າວຮັບໂດຍ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ທ່ານ ລຽນ ທິແກ້ວ.

ຂ່າວ-ພາບ: ສນຍ

Related Articles

Leave a Reply