ໂຮງໝໍແຂວງ ສະຫວັນນະເຂດມີເຄື່ອງ TC scanner ນໍາໃຊ້ບົ່ງມະຕິພະຍາດທີ່ຊັດເຈນແລ້ວ

ໂຮງໝໍແຂວງ ສະຫວັນນະເຂດມີເຄື່ອງ TC scanner ນໍາໃຊ້ບົ່ງມະຕິພະຍາດທີ່ຊັດເຈນແລ້ວ

ໂຮງໝໍ ແຂວງ ສະຫວັນນະເຂດ ພັດທະນາອີກບາດກ້າວໜຶ່ງ, ຫຼ້າສຸດໄດ້ມີເຄື່ອງ TC scanner ແລະ ເຄື່ອງສາຍລັງສີຕ່າງໆໃນການບົ່ງມະຕິພະຍາດທີ່ຊັດເຈນ ແລະ ສາມາດບົ່ງມະຕິຢ່າງຖືກຕ້ອງ.

ພິທີເປີດນໍາໃຊ້ ເຄື່ອງ TC scanner ດັ່ງກ່າວໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ໂຮງໝໍແຂວງສະຫວັນນະເຂດ, ໂດຍການເຂົ້າຮ່ວມ ຂອງທ່ານ ດຣ ແສງດາວ ສີດາໄລ ຮັກສາການຫົວໜ້າພະແນກສາທາລະນະສຸກແຂວງ, ທ່ານ ນາງ ດຣ ພູວິໄລ ແກ້ວມຸງຄຸນ ອຳນວຍການ ໂຮງໝໍແຂວງສະຫວັນນະເຂດ, ມີບໍລິສັດ ຜູ້ຮ່ວມທຶນ (ບໍລິສັດໄຊມັງກອນ ການຢາຈຳກັດ ແລະໂຮງໝໍ ໄຊມັງກອນ) ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ແສງວອນ ຖັງ ຜູ້ອຳນວຍ ການບໍລິສັດໄຊມັງກອນການ ຢາຈຳກັດ ເຊິ່ງເປັນບໍລິສັດທີ່ລົງທຶນໄດ້ກ່າວໃນພິທີວ່າ: ເຄື່ອງ TC scanner ລຸ້ນ neuviz16 ທີ່ໄດ້ຕິດຕັ້ງຢູ່ໂຮງໝໍແຂວງສະຫວັນນະເຂດນີ້, ພ້ອມໃຫ້ບໍລິການແກ່ຄົນເຈັບທີ່ຈະມາໃຊ້ບໍລິການ ແລະ ມີການບົ່ງມະຕິພະຍາດ ທີ່ມີຄຸນະພາບ, ມີຄວາມຊັດເຈນໃຫ້ແກ່ຄົນເຈັບ.

ຂ່າວ-ພາບ: ສພຂ

Related Articles

Leave a Reply