ໂຮງໝໍໄຊມັງກອນສາກົນ ຈະໃຫ້ການບໍລິການປິ່ນປົວສະມາຊີກປະກັນສຸຂະພາບແຫ່ງຊາດ

ໂຮງໝໍໄຊມັງກອນສາກົນ ຈະໃຫ້ການບໍລິການປິ່ນປົວສະມາຊີກປະກັນສຸຂະພາບແຫ່ງຊາດ

ຫ້ອງການປະກັນສູຂະພາບແຫ່ງຊາດ ກະຊວງສາທາລະນະສູກ ແລະ ໂຮງໝໍໄຊມັງກອນສາກົນ ຢູ່ແຂວງອຸດົມໄຊ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສົ່ງເສີມການບໍລິການປິ່ນປົວສູຂະພາບສູ່ຊຸມຊົນໃນແຂວງເປົ້າໝາຍຂອງປະເທດ.

ການຮ່ວມມືນີ້ ເພຶ່ອສົ່ງເສີມສິດແລະຜົນປະໂຫຍດ ຂອງຜູ້ທີ່ເປັນສຳມະຊີກທີ່ຂື້ນກັບຫ້ອງການປະກັນສຸຂະພາບແຫ່ງຊາດສາມາດໄປຮັບການລິການປິ່ນປົວສູຂະພາບຢູ່ໂຮງໝໍເອກະຊົນໃນແຂວງເປົ້າໝາຍຂອງປະເທດ.

ພິທີເຊັນສັນຍາໄດ້ຈັດຂື້ນໃນວັນທີ 5 ພຶດສະພາ 2020 ລະຫວ່າງ ດຣ ນິກອນ ວົງສະຫວັດ ຮັກສາການຫົວໜ້າຫ້ອງການປະກັນສຸຂະພາບແຫ່ງຊາດ ແລະ ທ່ານ ຄຳປິງ ລາວທັງ ຜູ້ອຳນວຍການໂຮງໝໍໄຊມັງກອນສາກົນ.

ພາຍໃຕ້ຂໍ້ຕົກລົງນີ້ ສອງຝ່າຍເຫັນດີເປັນເອກະພາບໃນຂອບເຂດການຮ່ວມມືເພີ່ອກຳນົດວິທີການແລະມາດຕະການໃນການບໍລິການປິ່ນປົວສູຂະພາບສຳມະຊີກທີ່ຂື້ນກັບຫ້ອງການປະກັນສຸຂະພາບແຫ່ງຊາດ ເຊັ່ນ ຜູ້ປະກອບອາຊີບສ່ວນບູກຄົນສາມາດຮັບການປິ່ນປົວສູຂະພາບ ແລະ ຮັບປະກັນປະສິດທິພາບ ແລະ ທັນເວລາ.

ຂ່າວ: ເພັດໂພໄຊ

Related Articles

Leave a Reply