ໂຮງໝໍ ແຂວງໄຊຍະບູລີ ໄດ້ຮັບອຸປະກອນການແພດ ຈາກ ບໍລິສັດ ໄຟຟ້າຫົງສາ 

ໂຮງໝໍ ແຂວງໄຊຍະບູລີ ໄດ້ຮັບອຸປະກອນການແພດ ຈາກ ບໍລິສັດ ໄຟຟ້າຫົງສາ 

ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ຮ່ວມກັບ ແຂວງໄຊຍະບູລີ ຈັດພິທີມອບງົບປະມານສະໜັບສະໜູນໃຫ້ແກ່ ໂຮງໝໍ ແຂວງໄຊຍະບູລີ ເພື່ອຊື້ອຸປະກອນທາງການແພດ ແລະ ສົ່ງເສີມສັກກະຍາພາບ ໃຫ້ບໍລິການດ້ານ ສາທາລະນະສຸກ ລວມມູນຄ່າ 587,400,000 ກີບ, ເຂົ້າຮ່ວມພິທີດັ່ງກ່າວ, ມີທ່ານ ດວງຕາ ໄຊວຸດ ຮອງເລຂາຄະນະພັກແຂວງ ປະທານຄະນະກໍາມະການປົກຄອງແຂວງໄຊຍະບູລີ, ທ່ານ ຄະທາຍຸດ ຊູພູນ ຜູ້ອຳນວຍການໃຫຍ່ ບໍລິສັດ ໄຟຟ້າຫົງສາ ຈໍາກັດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ພິທີມອບ-ຮັບ ອຸປະກອນການແພດແມ່ນໄດ້ຈັດຂື້ນເມື່ອບໍ່ດົນມານີ້, ທີ່ຫ້ອງປະຊຸມໃຫຍ່ ຫ້ອງວ່າການປົກຄອງ ແຂວງໄຊຍະບູລີ.

ການສະໜັບສະໜູນຄັ້ງນີ້, ເປັນສ່ວນໜຶ່ງຂອງການດໍາເນີນງານພາຍໃຕ້ຫຼັກການພັດທະນາຢ່າງຍືນຍົງ (ESG) ໂດຍສະເພາະທາງດ້ານສັງຄົມ (Social) ທີ່ບໍລິສັດໃຫ້ຄວາມສໍາຄັນກັບການຍົກລະດັບຄຸນນະພາບຊີວິດ ແລະ ສຸຂະພາບຂອງປະຊາຊົນໃນພື້ນທີ່ໂຄງການ ແລະ ແຂວງໄຊຍະບູລີ ຢ່າງຕໍ່ເນື່ອງ

ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ຍັງຄົງມຸ່ງໝັ້ນດໍາເນີນທຸລະກິດຄວບຄູ່ກັບການເບິ່ງແຍງ ແລະ ພັດທະນາຊຸມຊົນ ໂດຍເຊື່ອໝັ້ນວ່າ: ການເຂົ້າເຖິງບໍລິການດ້ານສາທາລະນະສຸກທີ່ມີຄຸນນະພາບເປັນຮາກຖານສໍາຄັນຂອງການພັດທະນາສັງຄົມຢ່າງຍືນຍົງ ແລະ ສ້າງຄຸນຄ່າຮ່ວມລະຫວ່າງອົງກອນ, ຊຸມຊົນ ແລະ ພາກລັດ.

ຂ່າວ-ພາບຈາກ: ແຂວງໄຊຍະບູລີ

Related Articles

Leave a Reply