ໃນໄລຍະ 5 ວັນນີ້ໃຫ້ກຽມຮັບມືກັບອາກາດ ທີ່ໜາວເຢັນ

ໃນໄລຍະ 5 ວັນນີ້ໃຫ້ກຽມຮັບມືກັບອາກາດ ທີ່ໜາວເຢັນ

ນັບແຕ່ມື້ນີ້ ວັນທີ 31 ທັນວາ 2020 ຫາ  ວັນທີ 4 ມັງກອນ 2021, ປະຊາຊົນທີ່ອາໄສຢູ່ບັນດາແຂວງ ພາກເໜືອ, ພາກກາງ, ເຂດພູພຽງບໍລະເວນ, ຫຼັກຊາວ ແລະ ແຂວງໄຊສົມບູນໃຫ້ກຽມຮັມືກັບ ອາກາດໜາວເຢັນ ຊຶ່ງອຸນຫະພູມອາກາດ ອາດຈະ ຫຼຸດລົງຕໍ່າສຸດ ເຖິງ -1,2 ອົງສາ C ຍ້ອນວ່າ ມວນອາກາດໜາວເຢັນຈາກປະເທດຈີນ ຈະແຜ່ລົງ ມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ.
ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກແຈ້ງການເຕືອນເມື່ອວັນທີ 30 ທັນວາ 2020 ຜ່ານມາວ່າ, ປະຊາຊົນທີ່ອາໄສ ຢູ່ໃນເຂດ ແຂວງດັ່ງກ່າວ ໃຫ້ກຽມຮັບມືກັບສະພາບອາກາດ ທີ່ໜາວເຢັນ ຊຶ່ງ ອາດຈະເຮັດໃຫ້ເຈັບປ່ວຍ, ເປັນໄຂ້ ໂດຍສະເພາະ ແມ່ນເດັກນ້ອຍ ແລະ ຜູ້ເຖົ້າ. ສຳລັບຜູ້ທີ່ຈະເດີນທາງໄປບັນດາແຂວງ ພາກເໜືອກໍ່ໃຫ້ມີສະຕິລະມັດລະວັງຕົວຕໍ່ສະພາບໝອກໜາທີ່ອາດຈະເຮັດໃຫ້ອຸບັດເຫດເກີດຂຶ້ນໄດ້ ແລະ ໃຫ້ຕິດຕາມການແຈ້ງເຕືອນໄພຈາກກົມອຸຕຸ ນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.

ຂໍ້ມູນ: ກົມອຸຕຸນິຍົມ ແລະ ອຸທົກກະສາດ

Related Articles

Leave a Reply