ພາຍຫຼັງທີ່ກວດພົບການລະບາດຂອງພະຍາດໂຄວິດ-19 ໃນຊຸມຊົນໂດຍສະເພາະໃນນະຄອນຫຼວງວຽງຈັນ ທີ່ກວດພົບຜູ້ຕິດເຊື້ອໃໝ່ພາຍໃນວັນດຽວເຖິງ 26 ຄົນ ເຊິ່ງທັງໝົດມີປະຫວັດສໍາຜັດໃກ້ຊິດກັບຜູ້ຕິດເຊື້ອພະຍາດໂຄວິດ-19 ຜູ້ທີ 59, ເນື່ອງຈາກຜູ້ກ່ຽວໄດ້ໄປເຄື່່ອນໄຫວຢູ່ສັງຄົມຕາມປົກກະຕິທັງໆທີ່ມີປະຫວັດພົວພັນກັບຜູ້ທີ່ ລັກລອບເຂົ້າມາ ສປປ ລາວ ລວມທັງ ເດີນທາງໄປຍັງສະຖານທີ່ຮ້ານບັນເທິງຕ່າງໆ ທີ່ມີຄົນເຂົ້າຮ່ວມເປັນຈຳນວນຫຼາຍເຮັດໃຫ້ການລະບາດແຜ່ລາມໄປໃນວົງກວ້າງ ທ່ານ ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ໄດ້ຮຽກຮ້ອງໃຫ້ຜູ້ທີ່ສຳຜັດໃກ້ຊິດກັບຜູ້ກ່ຽວ ຫຼື ຜູ້ທີ່ມີປະຫວັດເດີນທາງໄປຍັງສະຖານທີ່ມີຄວາມສ່ຽງ ໃຫ້ທ່ານຮີບຮ້ອນຕື່ນຕົວໄປກວດຕາມສະຖານທີ່ທີ່ໄດ້ກຳນົດໄວ້, ແຍກຕົວເອງຈາກຄົນໃນຄອບຄົວຂອງທ່ານ ແລະ ຄົນອ້ອມຂ້າງ ຈົນຄົບກຳນົດ 14 ວັນ.
ນອກນັ້ນ, ທ່ານ ດຣ. ພອນປະດິດຍັງຮຽກຮ້ອງໃຫ້ອົງການປົກຄອງທ້ອງຖິ່ນ, ທະຫານຊາຍແດນ, ເຈົ້າໜ້າທີ່ຕຳຫຼວດ ເອົາໃຈໃສ່ເຝົ້າລະວັງ, ກວດຂັນຕາມຈຸດຜ່ານແດນທ້ອງຖິ່ນ ແລະ ດ່ານຢ່າງເຄັ່ງຄັດ ແລະ ຄອບຄົວຍາດຕິພີ່ນ້ອງ ຈົ່ງເປັນຫູເປັນຕາຊ່ວຍກັນ ຫາກຮູ້ວ່າມີຄົນໃນຄອບຄົວຂອງທ່ານ ເດີນທາງມາຈາກປະເທດ ໃກ້ຄຽງ ທີ່ກຳລັງມີການລະບາດຂອງພະຍາດໂຄວິດ-19 ຢູ່, ຈົ່ງຮີບຮ້ອນນຳຜູ້ກ່ຽວໄປ ແຈ້ງຕໍ່ເຈົ້າໜ້າທີ່ ເພື່ອສົ່ງຜູ້ກ່ຽວໄປສູນຈຳກັດບໍລິເວນ ແລະ ເກັບຕົວຢ່າງມາກວດຫາເຊື້ອໂດຍໄວ ເພື່ອສະກັດກັ້ນການແຜ່ເຊື້ອໃສ່ຄົນອ້ອມຂ້າງ ແລະ ໄປສູ່ສັງຄົມ.
ຂ່າວ: ວຽງຈັນທາຍ

