ພະຍາດໄຂ້ຍຸງລາຍ ເປັນອີກພະຍາດໜຶ່ງ ທີ່ຕ້ອງໄດ້ເອົາໃຈໃສ່ ເຝົ້າລະວັງຢ່າງເຂັ້ມງວດ ຊຶ່ງປັດຈຸບັນ ຍັງມີທ່າອ່ຽງເພິ່ມຂຶ້ນເລື້ອຍໆ ແລະ ພົບຜູ້ຕິດເຊື້ອແລ້ວ 2.345 ຄົນ ແລະ ເສຍຊີວິດລວມແລ້ວ 7 ຄົນໃນທົ່ວປະເທດ.
ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ວັນທີ 1 ກໍລະກົດ 2020 ນີ້ ວ່າ:ການລະບາດຂອງເຊື້ອພະຍາດໄຂ້ຍຸງລາຍ ຍັງມີທ່າອ່ຽງເພີ່ມຂຶ້ນເລື້ອຍໆໃນທົ່ວປະເທດ, ຊຶ່ງເຮັດໃຫ້ມີຜູ້ຕິດເຊື້ອເສຍຊີວິດລວມແລ້ວ 7 ຄົນ (ນະຄອນຫຼວງວຽງຈັນ 3 ຄົນ, ແຂວງ ບໍລິຄໍາໄຊ 2 ຄົນ, ໄຊຍະບູລີ 01 ຄົນ ແລະ ຄຳມ່ວນ 01ຄົນ). ໃນນັ້ນ,ຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ ຫຼາຍກວ່າໝູ່ແມ່ນຢູ່ນະຄອນຫຼວງວຽງຈັນ, ມີ 531 ກໍລະນີ ແລະ ຍົກເວັ້ນແຂວງຊຽງຂວາງ ທີ່ຍັງບໍ່ພົບຜູ້ຕິດເຊື້ອຈັກກໍລະນີເລີຍ.
ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຍັງໄດ້ແນະນຳ ແລະ ຮຽກຮ້ອງໃຫ້ທຸກຄົນ, ທຸກພາກສ່ວນເອົາໃຈໃສ່ ໃນການອະນາໄມ, ພ້ອມກັນປະຕິບັດຄຳຂັວນທີ່ວ່າ: ບໍ່ມີໜອນນ້ຳຍຸງລາຍ ກໍບໍ່ມີຍຸງລາຍ ແລະ ບໍ່ມີໄຂ້ເລືອດອອກ.
ພ້ອມນັ້ນ, ຕ້ອງປະຕິບັດ 5 ປ ຢ່າງເຄັ່ງຄັດ ແລະ ເປັນປະຈຳ ເພື່ອທຳລາຍແຫຼ່ງເພາະພັນຂອງຍຸງລາຍຄື: ປິດ ຝາພາຊະນະທີ່ເກັບນ້ຳໃນເຮືອນ ແລະ ນອກເຮືອນ ເພື່ອບໍ່ໃຫ້ຍຸງລາຍມາໄຂ່ໃສ່; ປ່ຽນ ນ້ຳໃນພາຊະນະ ເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້, ຖ້ານຮອງຈອກນ້ຳ; ປ່ອຍ ປາຫາງນົກຍຸງເພື່ອກິນໜອນນ້ຳ; ປັບປຸງ ການອະນາໄມ ສິ່ງແວດລ້ອມອ້ອມເຮືອນ ບໍ່ໃຫ້ມີກະໂປະກະປ໋ອງ, ບໍ່ໃຫ້ມີຢາງຕີນລົດເກົ່າທີ່ມີນ້ຳຂັງ ແລະ ປະຕິບັດ ໃຫ້ເປັນນິດໄສ ປະຈຳທຸກໆອາທິດ ແລະ ຖ້າເປັນໄຂ້ໃຫ້ຮີບຮ້ອນໄປພົບແພດໝໍດ່ວນ.
ຫາກທຸກຄົນປະຕິບັດໄດ້ຕາມ 5 ປ ຢ່າງເຂັ້ມງວດ ກໍຈະສາມາດຫຼຸດຜ່ອນ, ປ້ອງກັນການເຈັບເປັນ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໄຂ້ຍຸງລາຍໃຫ້ຫຼຸດລົງເທື່ອລະກ້າວໄດ້.
ຂ່າວ: ວຽງຈັນທາຍ

