ໄຊສົມບູນ ຫາລືແລວທາງໂຄງການທາງດ່ວນ  ເຊື່ອມ ວຽງຈັນ-ໄຊສົມບູນ-ຊຽງຂວາງ-ຫົວພັນ ຫາຊາຍແດນຫວຽດນາມ

ໄຊສົມບູນ ຫາລືແລວທາງໂຄງການທາງດ່ວນ  ເຊື່ອມ ວຽງຈັນ-ໄຊສົມບູນ-ຊຽງຂວາງ-ຫົວພັນ ຫາຊາຍແດນຫວຽດນາມ

ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງໄຊສົມບູນ ຈັດກອງປະຊຸມລາຍງານຜົນການປຶກສາຫາລື ແລະ ກໍານົດ ແລວທາງໂຄງການທາງດ່ວນ (ແລວທາງຕັດໃໝ່) ແຕ່ນະຄອນຫຼວງວຽງຈັນ-ໄຊສົມບູນ-ຊຽງຂວາງ-ຫົວພັນ (ດ່ານນໍ້າໂສ້ຍຊາຍແດນລາວ-ຫວຽດນາມ) ຂຶ້ນໃນວັນທີ 6 ພຶດສະພາ 2026 ນີ້ ທີ່ແຂວງໄຊສົມບູນ, ໂດຍການເປັນປະທານຂອງທ່ານ ປອ ທອງປະເສີດ ໄຊຍະລາດ ຮອງປະທານຄະນະກໍາມະການປົກຄອງແຂວງໄຊສົມບູນ ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ, ມີທ່ານ ເພັດສະຫວັນ ພັນສະດາ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງໄຊສົມບູນ ພ້ອມດ້ວຍບັນດາພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ, ກຸ່ມບໍລິສັດ ພົງສະຫວັນ ຈໍາກັດ ໄດ້ລາຍງານ ກ່ຽວກັບການກໍານົດແລວທາງໂຄງການທາງດ່ວນ (ແລວທາງຕັດໃໝ່) ແຕ່ນະຄອນຫຼວງວຽງຈັນ-ໄຊສົມບູນ-ຊຽງຂວາງ-ຫົວພັນ (ດ່ານນໍ້າໂສ້ຍຊາຍແດນລາວ-ຫວຽດນາມ) ວ່າ:

ຜ່ານການເຊັນ MOU ໃນວັນທີ 30 ພຶດສະພາ 2025 ຜ່ານມາ, ຄະນະນໍາຂອງກຸ່ມບໍລິສັດ ພົງສະຫວັນ ຈໍາກັດ ໄດ້ກໍານົດ 3 ແລວທາງ ເບື້ອງຕົ້ນ ນໍາໄປສຶກສາຄວາມເປັນໄປໄດ້ ແລະ ຄັດເລືອກເອົາແລວທາງທີ່ມີປະສິດທິຜົນສູງສຸດ ເພື່ອສະເໜີຕໍ່ລັດຖະບານຮັບຮອງເອົາ ເຊັ່ນ:

ແລວທາງທີໜຶ່ງ ແຕ່ເມືອງລ້ອງຊານ-ບ້ານຊຽງມີ-ເມືອງອະນຸວົງ-ເມືອງລ້ອງແຈ້ງ- ຊໍາທອງ-ເມືອງຜາໄຊ-ອ້ອມຕົວເມືອງໂພນສະຫວັນ ເຊື່ອມທາງເລກ 7 ເບື້ອງຕາເວັນຕົກ, ຄວາມຍາວປະມານ 207,5 ກມ. ແລວທາງທີສອງ ແຕ່ເມືອງລ້ອງຊານ-ບ້ານຊຽງມີ-ເມືອງອະນຸວົງ-ນໍ້າອ້ອມ-ເຂື່ອນໄຟຟ້ານໍ້າງຽບ-ແກ່ວຫຼວງ-ບ້ານໄຮ-ລາດຮ່ວງ ຄວາມຍາວປະມານ 196 ກມ. ແລວທີສາມ ແຕ່ເມືອງລ້ອງຊານ-ບ້ານຊຽງມີ-ເມືອງອະນຸວົງ-ບ້ານນໍ້າອອມ-ບ້ານວຽງທອງ-ເມືອງຄູນ-ລາດຫຼວງ, ຄວາມຍາວປະມານ 186 ກມ ເປັນແລວທາງສັ້ນກວ່າ 2 ເສັ້ນຂ້າງເທິງ ແລະ ຖືເສັ້ນນີ້ເປັນເສັ້ນເລືອກຂອງການສຶກສາ.

ຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ຜັດປ່ຽນກັນຂຶ້ນປະກອບຄໍາຄິດຄໍາເຫັນໃສ່ໜ້າວຽກດັ່ງກ່າວ ເພື່ອຈະໄດ້ພ້ອມກັນຊອກຫາວິທີທາງແກ້ໄຂ ແລະ ໃຫ້ຄວາມສະດວກແກ່ບໍລິສັດ ສາມາດຈັດຕັ້ງປະຕິບັດໂດຍໄວ ທັງນີ້ ກໍເພື່ອເຮັດໃຫ້ແຂວງໄຊສົມບູນ ມີເສັ້ນທາງດ່ວນທີ່ທັນສະໄໝເຊື່ອມຕໍ່ໂດຍກົງກັບນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງ ຈົນຮອດຊາຍແດນລາວ -ຫວຽດນາມ.

ໃນໂອກາດນີ້, ທ່ານ ປອ ທອງປະເສີດ ໄຊຍະລາດ ໄດ້ມີຄໍາເຫັນຊີ້ນໍາຕໍ່ກອງປະຊຸມ ເຊິ່ງທ່ານໄດ້ຮຽກຮ້ອງມາຍັງພະແນກການທີ່ກ່ຽວຂ້ອງຂອງແຂວງ ໃຫ້ລວບລວມບັນດາຂໍ້ມູນຕ່າງໆ ໂດຍສະເພາະ ຂົງເຂດໂຍທາທິການ ແລະ ຂົນສົ່ງ, ຂົງເຂດບໍ່ແຮ່, ອຸດສາຫະກໍາປຸງແຕ່ງ, ກະສິກໍາ ແລະ ຂົງເຂດອື່ນໆ ສົ່ງໃຫ້ບັນດາບໍລິສັດ ເພື່ອນໍາໄປສຶກສາ ເພີ່ມເຕີ່ມໃນການກໍານົດແລວທາງໃໝ່ ໃຫ້ສາມາດຈັດຕັ້ງປະຕິບັດສໍາເລັດໂດຍໄວ ທັງນີ້ ກໍເພື່ອຊ່ວຍໃຫ້ການສັນຈອນໄປ- ມາ ລະຫວ່າງ ແຂວງໄຊສົມບູນ ກັບ ບັນດາແຂວງໃກ້ຄຽງ ມີຄວາມສະດວກ ແລະ ວ່ອງໄວຂຶ້ນກວ່າເກົ່າ.

ຂໍ້ມູນ: ຈົດໝາຍຂ່າວ ໄຊສົມບູນ

Related Articles

Leave a Reply