ໄຟໄໝ້ເຮືອນ 9 ຫຼັງຢູ່ບ້ານດົງຫວາຍ ເມືອງຊົນບູລີ ແຂວງສະຫວັນນະເຂດ

ໄຟໄໝ້ເຮືອນ 9 ຫຼັງຢູ່ບ້ານດົງຫວາຍ ເມືອງຊົນບູລີ ແຂວງສະຫວັນນະເຂດ

ພະແນກສະກັດກັ້ນ ແລະ ຕ້ານອັກຄີໄພ ແຂວງສະຫວັນນະເຂດ ແຈ້ງໃຫ້ຮູ້ມື້ເຊົ້ານີ້ວ່າ: ໄດ້ເກີດເຫດໄຟໄໝ້ເຮືອນປະຊາຊົນ 9 ຫຼັງ, ເລົ້າເຂົ້າ 4 ຫຼັງ ແລະ ລົດໄຖນາ 1 ຄັນ ໃນເວລາ 10 ໂມງ 10  ຂອງວັນທີ 5 ກັນຍາ ທີ່ຜ່ານມາ ທີ່ບ້ານດົງຫວາຍ ເມືອງຊົນບູລີ ແຂວງສະຫວັນນະເຂດ.

ຫົວໜ້າພະແນກ ສະກັດກັ້ນ ແລະ ຕ້ານອັກຄີໄພ ແຂວງສະຫວັນນະເຂດ, ທ່ານພັນໂທ ບຸນນໍາ ໜໍ່ລາດ ໄດ້ກ່າວຕໍ່ທິມງານວຽງຈັນທາຍໃນຕອນເຊົ້າວັນທີ 6 ກັນຍາ ນີ້ວ່າ: ຜົນເສຍຫາຍຈາກໄຟໄໝ້ໃນຄັ້ງນີ້ ມີເຮືອນ ຈຳນວນ 9 ຫຼັງທີ່ຖືກເສຍຫາຍທັງໝົດ ຍ້ອນວ່າເຮືອນດັ່ງກ່າວແມ່ນຢູ່ຕິດກັນ ແລະ ເປັນເຮືອນໄມ້, ມີເລົ້າເຂົ້າ ແລະ ເຂົ້າເປືອກ ແລະ ລົດໄຖນາ 1 ຄັນ, ໂຊກດີບໍ່ມີຜູ້ເສຍຊີວິດ ແລະ ບໍ່ມີຜູ້ໄດ້ຮັບບາດເຈັບ.

ທ່ານພັນໂທ ບຸນນໍາໄດ້ກ່າວຕື່ມວ່າ: ບ້ານດົງຫວາຍແມ່ນໜຶ່ງໃນຈຳນວນຫຼາຍ ບ້ານຢູ່ ເມືອງຊົນບູລີ ທີ່ຖືກນໍ້າຖ້ວມໜັກ ຊຶ່ງປະຊາຊົນທີ່ຖືກໄຟໄໝ້ເຮືອນນີ້ກໍ່ໄດ້ຮັບ ຜົນກະທົບຈາກໄພນໍ້າຖ້ວມເຊັ່ນກັນ ແລະ ເຮືອນຊານຂອງເຂົາເຈົ້າກໍ່ເປ່ເພ ແລະ ກໍາລັງ ຈະສ້ອມແປງຄືນຫຼັງຈາກນໍ້າບົກແຫ້ງລົງແຕ່ຖືກໄຟໄໝ້ເສຍກ່ອນ. ສ່ວນສາເຫດໄຟໄໝ້ໃນຄັ້ງນີ້ ກຳລັງຢູ່ໃນ ຂັ້ນ ຕອນການສືບສວນ-ສອບສວນ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply