ໝູຕາຍ 195 ໂຕ ແລະ 247 ໂຕຖືກຂ້າ ຍ້ອນຕິດພະຍາດອະຫິວາໝູອາຟຣິກາ ຢູ່ເມືອງຊຽງຮ່ອນ

ໝູຕາຍ 195 ໂຕ ແລະ 247 ໂຕຖືກຂ້າ ຍ້ອນຕິດພະຍາດອະຫິວາໝູອາຟຣິກາ ຢູ່ເມືອງຊຽງຮ່ອນ

ທີມງານສັດຕະວະເເພດ ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງຊຽງຮ່ອນ ແຂວງ ໄຊຍະບູລີ ແຈ້ງໃຫ້ຮູ້ວ່າ: ຮອດປັດຈຸບັນນີ້ໄດ້ພົບມີການລະບາດຂອງພະຍາດອະຫິວາໝູ ອາຟຣິກາແລ້ວ 13 ບ້ານພາຍໃນເມືອງຊຽງຮ່ອນຄື: ບ້ານ ແກ່ນ, ບ້ານສາມັກຄີໄຊ, ບ້ານ ດອນເຟືອງ, ບ້ານ ຂິ່ງ, ບ້ານ ລາວສະໂນ, ບ້ານ ນໍ້າກອກ, ບ້ານ ນາອອນ, ບ້ານ ຫົວນາ, ບ້ານ ດົງ, ບ້ານ ຫ້ວຍຮາກ, ບ້ານ ຊ້າງ, ບ້ານ ຄໍ້າ ແລະ ບ້ານ ນ້ຳຄ່ອມ, ມີໝູຕາຍທັງໝົດ 195 ໂຕ ນອກນັ້ນ ທີມງານສັດຕະແພດ ແລະ ການນຳຂັ້ນເມືອງ ໄດ້ລົງຂ້າໝູທີ່ຕິດເຊື້ອຢູ່ບ້ານແກ່ນ ຈຳນວນ 216 ໂຕ ນ້ຳ ແລະ ບ້ານສາມັກຄີໄຊ ຈໍານວນ 31 ໂຕເພື່ອປ້ອງກັນພະຍາດດັ່ງກ່າວບໍ່ໃຫ້ແຜ່ລາມເປັນວົງກວ້າງ.

ນອກນັ້ນເພື່ອປ້ອງກັນພະຍາດດັ່ງກ່າວ, ອຳນາດການປົກຄອງແຕ່ລະບ້ານ ແລະ ຂະແໜງການທີ່ກ່ຽວຂ້ອງ ຂັ້ນເມືອງ, ຂັ້ນແຂວງເປັນຕົ້ນແມ່ນວິຊາການສັດຕະວະແພດຂອງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ແຂວງໄດ້ລົງຕິດຕາມຢ່າງໄກ້ຊິດ ໂດຍສະເພາະໄດ້ມີການເຮັດອານາໄມຂ້າເຊື້ອຄອກໝູ ແລະ ຈຸດສ່ຽງຕ່າງໆ ແລະ ຂຸດຂຸມຝັງໝູທີ່ຕາຍ ແລະ ຖືກຂ້າ ພ້ອມທັງໂຮປູນຂາວຂ້າເຊື້ອເພື່ອທໍາລາພະຍາດດັ່ງກ່າວ.

ຂ່າວ-ພາບ: ດອນຂຽວພະນາ

Related Articles

Leave a Reply