ອໍານາດການປົກຄອງ ແຂວງສະຫວັນນະເຂດກຽມຜ່ານເນື້ອໃນປື້ມປະຫວັດສາດກ່ຽວກັບປະຫວັດຄວາມເປັນມາຂອງ ທົ່ງນາເງືອກ ເຊິ່ງຕັ້ງຢູ່ເມືອງວິລະບູລີ ແຂວງສະຫວັນນະເຂດ ກ່ອນທີ່ຈະສະເໜີທົ່ງນາເງືອກນີ້ຂຶ້ນ ເປັນມໍລະດົກວັດທະນະທຳລະດັບຊາດ.
ກອງປະຊຸມຜ່ານເນື້ອໃນປຶ້ມດັ່ງກ່າວ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ ສະໂມສອນຫ້ອງວ່າການປົກຄອງ ເມືອງວິລະບູລີ ເພື່ອລະດົມເອົາແນວຄວາມຄິດຂອງຫຼາຍພາກສ່ວນ ໃນການເປັນຂໍ້ມູນໃຫ້ແກ່ການຂຽນປຶ້ມປະຫວັດສາດ ທົ່ງນາເງືອກ ໂດຍສະເພາະແມ່ນການຂຽນເປີດຫົວເລື່ອງ, ເດີນເລື່ອງ ແລະ ການປິດທ້າຍຂອງເລື່ອງ ເມື່ອຜ່ານການຄົ້ນຄົ້ວ ແລະ ການປຶກສາຫາລື ຖ້າເຫັນດີກໍ່ຈະມີການພິມຈໍາໜ່າຍອອກສູ່ສັງຄົມ ແລະ ເພື່ອເປັນເອກະສານອ້າງອີງປະກອບເຂົ້າໃນການນໍາສະເໜີທົ່ງນາເງືອກ ຂຶ້ນເປັນມໍລະດົກທາງ ດ້ານ ວັດທະນະທໍາລະດັບຊາດໃນຕໍ່ໜ້າ.
ທົ່ງນາເງືອກ ແມ່ນເປັນແຫຼ່ງມໍລະດົກທາງວັດທະນະທໍາຂອງທ້ອງຖິ່ນ ເຊິ່ງມີຄວາມກ່ຽວພັນກັບບັນດາເລື່ອງເລົ່າຂານຕໍານານຂອງແຫຼ່ງທ່ອງທ່ຽວຕ່າງໆພາຍໃນເມືອງວິລະບູລີ ມາແຕ່ສະໄໝບູຮານນະການ ຫຼາຍກວ່າ 3.000 ປີ.
ສະຖານທີ່ດັ່ງກ່າວແມ່ນຕັ້ງຢູ່ຫ່າງຈາກບ້ານເມືອງຫຼວງ, ເມືອງ ວິລະບູລີ ໄປທາງທິດໃຕ້ປະມານ 1 ກິໂລແມັດ ແລະ ຢູ່ໃນເຂດສໍາປະທານຂອງໂຄງ ການຂຸດຄົ້ນຄໍາ-ທອງ ຂອງບໍລິສັດລ້ານຊ້າງມີເນໂຣນສ໌ລິມິເຕັດ, ມີເນື້ຶອທີ່ທັງໝົດລວມທັງເຂດກັນຊົນແມ່ນ 11,02 ເຮັກຕາ ໃນນັ້ນເນື້ອທີ່ສະເພາະແມ່ນມີ 3,66 ເຮັກຕາ.
ຂ່າວ: ສຸກສະໄໝ

