ໃນເດືອນກໍລະກົດຜ່ານມາ, ນະຄອນຫຼວງວຽງຈັນ ມີອຸບັດເຫດບົນທ້ອງຖະໜົນ ເກີດຂຶ້ນເກືອບ 100 ກໍລະນີ ແລະ ມີຜູ້ເສຍຊີວິດແລ້ວ 10 ຄົນ, ທຽບໃສ່ເດືອນມິຖຸນາ ການເກີດອຸປະຕິເຫດເພີ່ມຂຶ້ນ 23 ກໍລະນີ ແຕ່ຜູ້ເສຍຊີວິດຫຼຸດລົງ 3 ຄົນ.
ອີງຕາມການລາຍງານສະພາບການເກີດອຸບັດເຫດ ຂອງພະແນກຕຳຫຼວດຈະລາຈອນ ນະຄອນຫຼວງວຽງຈັນ: ສໍາລັບ ການເກີດອຸປະຕິເຫດໃນເດືອນກໍລະກົດຜ່ານມາ, ມີຜູ້ໄດ້ຮັບບາດເຈັບທັງໝົດ 50 ຄົນ ແລະ ພາຫະນະເປ່ເພທັງໝົດ 198 ຄັນ, ຊຶ່ງການເກີດອຸບັດເຫດສ່ວນໃຫຍ່ ແມ່ນເກີດຍ້ອນນັກຂັບຂີ່ບໍ່ເຄົາລົບກົດລະບຽບຈະລາຈອນ ໂດຍສະເພາະ ເມົາແລ້ວຂັບ ຂັບຂີ່ໄວເກີນກຳນົດ ບໍ່ໃຫ້ກຽດກັບຜູ້ໃຊ້ເສັ້ນທາງຮ່ວມກັນ ແຊງຊ້າຍ-ຂວາບໍ່ຮັບປະກັນ ແລະ ອື່ນໆ.
ເພື່ອຫຼຸດຜ່ອນການເກີດອຸບັດເຫດ ທາງເຈົ້າໜ້າທີ່ຕຳຫຼວດຈະລາຈອນຈຶ່ງຮຽກຮ້ອງມາຍັງຜູ້ທີ່ໃຊ້ລົດໃຊ້ຖະໜົນຕ້ອງຮ່ວມໃຈກັນປະຕິບັດກົດລະບຽບການສັນຈອນທາງບົກໃຫ້ເຄັ່ງຄັດ, ມີສະຕິໃນການຂັບຂີ່ແຕ່ລະຄັ້ງເຊັ່ນ : ເມົາແລ້ວຫ້າມຂັບ, ຂັບຂີ່ລົດຈັກຕ້ອງໃສ່ໝວກກັນກະທົບທຸກຄັ້ງ ແລະ ກວດກາສະພາບລົດໃຫ້ມີຄວາມພ້ອມ ແລ້ວຈຶ່ງອອກເດີນທາງ, ບັນຫາການເກີດອຸບັດເຫດມັນຈຶ່ງຈະຫຼຸດລົງ.
ຂ່າວ: ວຽງຈັນທາຍ
ຮູບ: ໜ່ວຍກູ້ໄພ

