ປະເທດອິນໂດເນເຊຍພົບຜູ້ຕິດເຊື້ອ ແລະ ມີຜູ້ເສຍຊີວິດຍ້ອນພະຍາດໂຄວິດ-19 ຫຼາຍກວ່າ ປະເທດອື່ນໆໃນອາຊຽນ, ຮອງລົງມາແມ່ນ ປະເທດຟີລິບປິນ ແລະ ມຽນມາ ຊຶ່ງຍັງມີພຽງແຕ່ ປະເທດລາວ ແລະ ກໍາປູເຈຍເທົ່ານັ້ນທີ່ບໍ່ມີຜູ້ເສຍຊີວິດຈາກພະຍາດດັ່ງກ່າວ.
ຄະນະສະເພາະກິດຄວບຄຸມ, ປ້ອງກັນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ລາຍງານສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຮອດວັນທີ 24 ພະຈິກ 2020 ນີ້, ພົບວ່າຢູ່ໃນບັນດາປະເທດອາຊຽນ, ປະເທດອິນໂດເນເຊຍມີຜູ້ເສຍຊີວິດແລ້ວ 16.002 ຄົນ ຈາກຜູ້ຕິດເຊື້ອທັງໝົດ 502.110 ຄົນ, ຟີລິບປິນ ມີຜູ້ເສຍຊີວິດ 8.137 ຄົນ ຈາກຜູ້ຕິດເຊື້ອທັງໝົດ 420.164 ຄົນ, ມຽນມາ ເສຍຊີວິດ 1.765 ຄົນ ຈາກຜູ້ຕິດເຊື້ອທັງໝົດ 80.505 ຄົນ, ມາເລເຊຍ ເສຍຊີວິດ 337 ຄົນ ຈາກຜູ້ຕິດເຊື້ອ 56. 659 ຄົນ, ໄທເສຍຊີວິດ 60 ຄົນ ຈາກຜູ້ຕິດເຊື້ອ 3.920 ຄົນ, ຫວຽດນາມ ເສຍຊີວິດ 35 ຄົນ ຈາກຜູ້ຕິດເຊື້ອ 1.321 ຄົນ, ສິງກະໂປ ເສຍຊີວິດ 28 ຄົນ ຈາກຜູ້ຕິດເຊື້ອທັງໝົດ 58.165 ຄົນ, ບຣູໄນ ດາຣູຊາລາມ ເສຍຊີວິດ 3 ຄົນ ຈາກຜູ້ຕິດເຊື້ອ 149 ຄົນ, ກໍາບູເຈຍ ມີຜູ້ຕິດເຊື້ອ 306 ຄົນ, ບໍ່ມີຜູ້ເສຍ ຊີວິດ ແລະ ສປປ ລາວ ມີຜູ້ຕິດເຊື້ອ 39 ຄົນ, ບໍ່ມີຜູ້ເສຍຊີວິດ .
ສະເພາະໃນທົ່ວໂລກ ມີຜູ້ເສຍຊີວິດຈາກພະຍາດນີ້ແລ້ວສູງເຖິງ 1.400. 364 ຄົນ ຈາກຜູ້ຕິດເຊື້ອທັງໝົດຫຼາຍກວ່າ 59 ລ້ານຄົນ ຊຶ່ງ ສະຫະລັດອາເມລິກາ ມີຜູ້ເສຍຊີວິດຫຼາຍກວ່າປະເທດອື່ນມີເຖິງ 264.484 ຄົນ ຈາກຜູ້ຕິດເຊື້ອຫຼາຍກວ່າ 12 ລ້ານຄົນ.
ຂ່າວ: ວຽງຈັນທາຍ

