Visit BigblueAgency
10 ປີຂ້າງໜ້າສປປ ລາວ ຈະສົ່ງໄຟຟ້າອອກໃຫ້ໄດ້ 9.000 ເມ​ກາ​ວັດ

10 ປີຂ້າງໜ້າສປປ ລາວ ຈະສົ່ງໄຟຟ້າອອກໃຫ້ໄດ້ 9.000 ເມ​ກາ​ວັດ

ລາວມີແຜນຂາຍພະລັງງານໄຟຟ້າໄປຕ່າງປະເທດໃຫ້ໄດ້ 9.000 ເມກາວັດ ຈາກ ປີ 2020- 2030.

ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ກ່າວໃນເມື່ອບໍ່ດົນມານີ້ ຢູ່ກອງປະຊຸມເປີດກວ້າງສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ 5 ປີຄັ້ງທີ VIII (2016-2020) ວ່າ: ມາຮອດປັດຈຸບັນການສົ່ງພະລັງງານໄຟຟ້າອອກໄປຕ່າງປະເທດບັນລຸໄດ້ 6.457 ເມກາວັດ ໃນນີ້ໄດ້ສົ່ງອອກໄປປະເທດໄທ 5.620 ເມກາວັດແລະຄາດວ່າຮອດປີ 2022 ຈະສົ່ງອີກຕື່ມ 2 ໂຄງການຄື: ໂຄງການນໍ້າເທີນ 1 ສົ່ງອອກ 520 ເມກາວັດ ແລະ ນໍ້າງື່ມ 3 ສົ່ງອອກ 480 ເມກາວັດ ແລະ ຈະສືບຕໍ່ເຈລະຈາຊື້ຂາຍໄຟຟ້າແບບລັດຖະ ບານຕໍ່ລັດຖະບານ ຊຶ່ງຮອດປີ 2020-2030 ໃຫ້ໄດ້ຄົບ 9.000 ເມກາວັດ.

ຂາຍ​ໄຟຟ້າໄປປະເທດຫວຽດນາມ 570 ເມກາວັດ ຊຶ່ງປະກອບມີໂຄງການເຂື່ອນໄຟຟ້າເຊຂະໝານ 1 ແລະ ເຊຂະໝານ 3  ແລະ ໄດ້ມີການເຊັນສັນຍາຊື້ຂາຍອີກຕື່ມ 5 ໂຄງການຄື ນໍ້າກົງ 2, ກົງ 3, ນໍ້າອີມູນ, ນໍ້າຊັນ 3A ແລະ 3B, ກໍາລັງຕິດຕັ້ງລວມ 363 ເມກາວັດ ຊຶ່ງແຜນການຊື້ຂາຍພະລັງງານໄຟຟ້າກັບຫວຽດ ນາມແມ່ນຮອດປີ 2020 ແມ່ນໃຫ້ໄດ້ 1.000 ເມກາວັດ, 2025 ໃຫ້ໄດ້ 3.000 ເມກາວັດ ແລະ ຮອດ 2030 ໃຫ້ໄດ້ 5.000 ເມກາວັດ. 

ການຂາຍ​ກະແສໄຟຟ້າໄປຍັງປະເທດມຽນມາ: ປັດຈຸບັນ ໄດ້ສົ່ງອອກແລ້ວ ຜ່ານສາຍສົ່ງ 22 kV ຈໍານວນ 10 ເມກາວັດ. ຄາດວ່າ ຮອດປີ 2020 ຈະສົ່ງເພີ່ມອີກ 20 ເມກາວັດ. ຮອດປີ 2023 ຈະສົ່ງໃຫ້ໄດ້ 100 ເມກາວັດ ແລະ ຮອດປີ 2025 ຈະສົ່ງໃຫ້ໄດ້ 300 ເມກາວັດ.

ທ່ານ ໄດ້ກ່າວຕື່ມວ່າ: ປັດຈຸບັນທົ່ວປະເທດມີແຫຼ່ງຜະລິດພະລັງງານໄຟຟ້າແລ້ວທັງໝົດ 78 ແຫ່ງ, ມີກຳລັງຕິດຕັ້ງທັງໝົດ 9.972 ເມກາວັດ, ສາມາດຜະລິດພະລັງງານໄຟຟ້າໄດ້ເຖິງ 52.211 ລ້ານກິໂລວັດໂມງຕໍ່ປີ. ນອກນັ້ນຍັງມີໂຄງການໄຟຟ້າຖ່ານຫີນ 1 ແຫ່ງ, ໂຄງການພະລັງງານໄຟຟ້າຊີວະມວນ 4 ແຫ່ງ ແລະ ໂຄງການໄຟຟ້າແສງຕາເວັນ 5 ແຫ່ງ, ແລະ ໂຄງການພະລັງງານລົມ 4 ໂຄງການ. ທີ່ສຳຄັນໄດ້ເອົາໃຈໃສ່ວຽກງານພັດທະນາໄຟຟ້າໄປສູ່ຊົນນະບົດ, ໄປສູ່ເຂດພູດອຍ, ຫ່າງໄກສອກຫຼີກ, ເຂດທີ່ເປັນພື້ນຖານຂອງການປະຕິວັດໃນໄລຍະຕໍ່ຕ້ານ ສາມາດສະໜອງໄຟຟ້າຮັບໃຊ້ໄດ້ 100% ຢູ່ເທດສະບານແຂວງ ແລະ ນະຄອນຫຼວງ, 100% ຂອງເທດສະບານເມືອງ ແລະ ນະຄອນ, ຈຳນວນບ້ານທີ່ໄດ້ຊົມໃຊ້ໄຟຟ້າແລ້ວກວມ 90% ຂອງຈຳນວນບ້ານໃນທົ່ວປະເທດ ແລະ ຄອບຄົວທີ່ໄດ້ຊົມໃຊ້ໄຟຟ້າແບບຖາວອນແລ້ວກວມເຖິງ 95% ຂອງຈຳນວນຄອບຄົວໃນທົ່ວປະເທດ.

ຂ່າວ : ວຽງຈັນທາຍ

ພາບ: EDL

Related Articles

Leave a Reply