105 ຄົນເສຍຊີວິດ ຍ້ອນອຸບັດເຫດໃນເດືອນມີຖຸນາຜ່ານມາ

105 ຄົນເສຍຊີວິດ ຍ້ອນອຸບັດເຫດໃນເດືອນມີຖຸນາຜ່ານມາ

ໃນໄລຍະເດືອນມີຖຸນາຜ່ານມາ, ໄດ້ເກີດອຸປະຕິເຫດບົນທ້ອງຖະໜົ459 ກໍລະ­ນີ ໃນທົ່ວປະເທດ, ມີຜູ້ເສຍຊີວິດ 105 ຄົນ, ທຽບ­ໃສ່ເດືອນພຶດສະພາແມ່ນ ເພີ່ມຂຶ້ນ 59 ຄົນ.

ພະແນກຕຳ­ຫຼວດຈະ­ລາ­ຈອນ ກົມໃຫຍ່ຕຳ­ຫຼວດ ກະ­ຊວງປ້ອງກັນຄວາມສະ­ຫງົບ ໄດ້ລາຍງານໃຫ້ຮູ້ ຫວ່າງບໍ່ດົນມານີ້ວາ່: ປະ­ຈຸ­ບັນ, ການເກີດອຸ­ບັດ­ເຫດຢູ່ຕາມສາຍທາງຕ່າງໆໃນທົ່ວປະ­ເທດ ສ່ວນໃຫຍ່ແມ່ນເກີດ ຍ້ອນນັກຂັບຂີ່ບໍ່ເຄົາ­ລົບກົດລະ­ບຽບຈະ­ລາ­ຈອນ ໂດຍສະເພາະ ເມົາແລ້ວຂັບ, ຂັບຂີ່ໄວເກີນກຳ­ນົດ, ບໍ່ໃຫ້ກຽດກັບຜູ້ໃຊ້ເສັ້ນ­ທາງຮ່ວມກັນ ແຊງຊ້າຍ-ຂວາບໍ່ຮັບ­ປະ­ກັນ ແລະ ອື່ນໆ, ຊຶ່ງເຮັດໃຫ້ໃນ ເດືອນມີຖຸນາຜ່ານມາ, ທົ່ວປະ­ເທດມີອຸ­ບັດ­ເຫດເກີດຂຶ້ນທັງໝົດ 459 ກໍ­ລະ­ນີ, ມີຄົນເສຍຊີ­ວິດ 105 ຄົນ ຊຶ່ງ ອຸ­ບັດ­ເຫດໃນແຕ່ລະຄັ້ງ ເຮັດໃຫ້ມີພາ­ຫະ­ນະເປ່ເພທັງໝົດ 807 ຄັນ, ໃນນີ້ ມີຄົນໄດ້ຮັບບາດ­ເຈັບທັງໝົດ 651 ຄົນ.

ເພື່ອຫຼຸດ­ຜ່ອນການເກີດອຸ­ບັດ­ເຫດ ທາງເຈົ້າໜ້າ­ທີ່ຕຳ­ຫຼວດຈະ­ລາ­ຈອນຈຶ່ງຮຽກ­ຮ້ອງມາຍັງຜູ້ທີ່ໃຊ້ລົດໃຊ້ຖະ­ໜົນຕ້ອງຮ່ວມໃຈກັນປະ­ຕິ­ບັດກົດລະ­ບຽບການສັນ­ຈອນທາງ­ບົກໃຫ້ເຄັ່ງຄັດ, ມີສະ­ຕິໃນການຂັບຂີ່ແຕ່ລະຄັ້ງ ເຊັ່ນ: ເມົາແລ້ວຫ້າມຂັບ, ຂັບຂີ່ລົດ­ຈັກຕ້ອງໃສ່ໝວກກັນກະ­ທົບທຸກຄັ້ງ ແລະ ກວດ­ກາສະ­ພາບລົດໃຫ້ມີຄວາມພ້ອມ ແລ້ວຈຶ່ງອອກເດີນ­ທາງ ບັນ­ຫາການເກີດອຸ­ບັດ­ເຫດມັນຈຶ່ງຈະຫຼຸດລົງ.

ຂ່າວ: ວຽງຈັນທາຍ

ຮູບ: ໜ່ວຍກູ້ໄ

Related Articles

Leave a Reply