ເຈົ້າແຂວງສະຫວັນນະເຂດ ທ່ານ ສັນຕິພາບ ພົມວິຫານ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ທ່ານ ປອ ຄຳມະນີ ອິນທິລາດ, ລັດຖະມົນຕີປະຈຳສຳນັກງານນາຍົກ ລັດຖະມົນຕີ ທ່ານ ຈະເລີນ ເຢຍປາວເຮີ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ຢ້ຽມຢາມບໍລິສັດ ຊັນເປເປີ້ໂຮນດິ້ງ ລາວຈຳກັດ ທີ່ເມືອງເຊໂປນ ແຂວງສະຫວັນນະເຂດ ເມື່ອບໍ່ດົນມານີ້ ເພື່ອຕິດຕາມວຽກງານຕ່າງໆຂອງບໍລິສັດ ເປັນຕົ້ນແມ່ນຂັ້ນຕອນໃນການຜະລິດເຫຍື້ອໄມ້, ການສົ່ງເສີມການປູກຕົ້ນໄມ້ແບບປະຊາຊົນມີສ່ວນຮ່ວມ, ຂັ້ນຕອນໃນການຮັກສາສະພາບແວດລ້ອມໃນໂຮງງານ ແລະ ຊຸມຊົນ, ຂັ້ນຕອນໃນການປ້ອງກັນມົນລະພິດ ແລະ ອື່ນໆ.
12 ປີ ບໍລິສັດຊັນເປເປີ້ໂຮນດິ້ງ ລາວຈໍາກັດ ທີ່ເມືອງເຊໂປນ ແຂວງສະຫວັນນະເຂດ ໄດ້ລົງທຶນໄປແລ້ວ 9.139 ຕື້ກວ່າກີບ ຫຼື ປະມານ 1,69 ຕື້ໂດລາ ໃນການບຸກ ເບີກເນື້ອທີ່
ແລະ ປູກໄມ້ອຸດສາຫະກໍາ (ໄມ້ວິກ ແລະ ໄມ້ກະຖິນນະລົງ) ໃນເນື້ອທີ່ 32.000 ເຮັກຕາ, ໃນນັ້ນ ປູກຮ່ວມ ກັບປະຊາຊົນ 6.400 ເຮັກຕາ.
ບໍລິສັດຊັນເປເປີ້ ໄດ້ເຂົ້າມາລົງທຶນໃນ ສປປ ລາວ ນັບແຕ່ປີ 2008 ເພື່ອສ້າງຕັ້ງໂຄງການ ປູກໄມ້ອຸດສາຫະກຳປ້ອນໂຮງງານຜະລິດເຫຍື້ອເຈ້ຍ, ໃນປີ 2017 ໄດ້ເລີ່ມກໍ່ສ້າງໂຮງງານຜະລິດເຫຍື້ອເຈ້ຍຈາກໄມ້ ຂະໜາດໃຫຍ່ ທີ່ສາມາດຜະລິດໄດ້ 3 ແສນ ໂຕນຕໍ່ປີ ແລະ ໄດ້ເລີ່ມທົດລອງ ແລະ ດຳເນີນການຜະລິດເລີ່ມ ແຕ່ເດືອນພຶດສະພາປີ 2018 ເປັນຕົ້ນມາ. ມາຮອດປະຈຸບັນນອກຈາກຈະມີໂຮງງານ ຜະລິດໄຟຟ້າດ້ວຍພະລັງງານຄວາມຮ້ອນຈາກສິ່ງເສດເຫຼືອ ຈາກໄມ້ ທີ່ບໍ່ສາມາດຜະລິດເຫຍື້ອເຈ້ຍໄດ້ແລ້ວ, ກຳລັງສ້າງໂຮງງານຜະລິດໄຟຟ້າ ດ້ວຍພະລັງງານຄວາມຮ້ອນທີ່ ໃຊ້ຖ່ານຫີນຂະໜາດ 110 ເມກາວັດ ເພື່ອນຳໃຊ້ໃນໂຮງງານ ແລະ ຂາຍອອກຈຳນວນໜຶ່ງ.
ຜ່ານການດຳເນີນວຽກ ງານເປັນເວລາ 10 ກວ່າປີ ສາມາດສ້າງວຽກເຮັດງານ ທຳໃຫ້ແກ່ແຮງງານລາວຈຳ ນວນໜຶ່ງ, ປະຊາຊົນສາມາດ ມີລາຍໄດ້ຈາກການປູກໄມ້-ຂາຍໄມ້ເຂົ້າສູ່ໂຮງງານ, ພື້ນ ຖານໂຄງລ່າງຂອງບ້ານໃກ້ ຄຽງໄດ້ຮັບການປັບປຸງກໍ່ສ້າງ ເປັນຕົ້ນແມ່ນຖະໜົນຫົນທາງ, ໂຮງຮຽນ ແລະ ອື່ນໆ, ຄຽງຄູ່ ກັນນັ້ນກໍ່ໄດ້ຊ່ວຍເຫຼືອສັງຄົມ ໃນຍາມເກີດໄພພິບັດຕ່າງໆ ເປັນຈຳນວນເງິນຫຼາຍຕື້ກີບ.
ຂ່າວ-ພາບ: ສພຂ

