ສໍາລັບ ປີ 2020, ທົ່ວນະຄອນຫຼວງວຽງຈັນ ມີອຸບັດເຫດບົນທ້ອງຖະໜົນ ເກີດຂຶ້ນທັງໝົດ 1.155 ກໍລະນີ ແລະ ມີຜູ້ເສຍຊີວິດ 190 ຄົນ ຊຶ່ງທຽບໃສ່ປີຜ່ານ ມາຈຳນວນຜູ້ເສຍຊີວິດຫຼຸດລົງ 45 ຄົນ, ມີຄົນບາດເຈັບທັງໝົດ 1.198 ຄົນ ແລະ ພາຫະນະເປ່ເພທັງໝົດ 2.307 ຄັນ.
ອີງຕາມການລາຍງານຂອງພະແນກຕຳຫຼວດຈະລາຈອນ ນະຄອນຫຼວງວຽງຈັນໄດ້ລະບຸ ວ່າ, ປະຈຸບັນ ການເກີດອຸບັດເຫດຢູ່ຕາມ ເສັ້ນທາງ ຕ່າງໆໃນນະຄອນຫຼວງວຽງຈັນ ສ່ວນໃຫຍ່ແມ່ນເກີດ ຍ້ອນນັກຂັບຂີ່ບໍ່ ເຄົາລົບ ກົດລະບຽບຈະລາຈອນ ໂດຍສະເພາະເມົາແລ້ວຂັບ ຂັບຂີ່ໄວເກີນກຳນົດ ບໍ່ໃຫ້ກຽດກັບຜູ້ໃຊ້ເສັ້ນທາງຮ່ວມກັນ ແຊງຊ້າຍ-ຂວາບໍ່ຮັບປະກັນ ແລະ ອື່ນໆ,
ດັ່ງນັ້ນ ເຈົ້າໜ້າທີ່ຕຳຫຼວດຈະລາຈອນຈຶ່ງຮຽກຮ້ອງມາຍັງຜູ້ທີ່ໃຊ້ລົດໃຊ້ຖະໜົນຕ້ອງຮ່ວມໃຈກັນປະຕິບັດກົດລະບຽບການສັນຈອນທາງບົກໃຫ້ເຄັ່ງຄັດ, ມີສະຕິໃນການຂັບຂີ່ແຕ່ລະຄັ້ງ ເຊັ່ນ: ເມົາບໍ່ຂັບ, ຂັບຂີ່ລົດຈັກຕ້ອງໃສ່ໝວກກັນກະທົບທຸກຄັ້ງ ແລະ ກວດກາສະພາບລົດໃຫ້ມີຄວາມພ້ອມ ແລ້ວຈຶ່ງອອກເດີນທາງ, ບັນຫາການເກີດອຸບັດເຫດຈຶ່ງຈະຫຼຸດລົງ.
ຂ່າວ: ວຽງຈັນທາຍ
ຮູບ: ໜ່ວຍກູ້ໄພ

