2 ລ້ານກວ່າຄົນແລ້ວທີ່ເສຍຊີວິດຈາກ ພະຍາດໂຄວິດ-19 ໃນທົ່ວໂລກ

2 ລ້ານກວ່າຄົນແລ້ວທີ່ເສຍຊີວິດຈາກ ພະຍາດໂຄວິດ-19 ໃນທົ່ວໂລກ

ສະພາບການລະບາດຂອງພະຍາດ ໂຄວິດ-19 ຢູ່ບັນດາປະເທດໃກ້ຄຽງ ແລະ ໃນໂລກຍັງບໍ່ຮູ້ວ່າຈະສິ້ນສຸດມື້ໃດ ເວລາໃດເພາະຍັງມີການລະບາດເປັນວົງກວ້າງຢູ່.

ຄະນະສະເພາະກິດ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ລາຍງານສະພາບການລະບາດຂອງພະຍາດດັ່ງ ກ່າວເມື່ອວັນທີ 22 ມັງກອນ 2021 ວ່າ: ມາຮອດວັນທີ 22 ມັງກອນ 2021, ທົ່ວໂລກມີການງານລາຍງານການລະບາດຂອງພະຍາດດັ່ງກ່າວ ທັງໝົດ 219 (ປະເທດ/ ເຂດ),  ເຊິ່ງມີການຢັ້ງຢືນຜູ້ຕິດເຊື້ອສະສົມແລ້ວຫຼາຍກວ່າ 98 ລ້ານຄົນ, ເສຍຊີວິດ 2.097.639, ປິ່ນປົວຫາຍດີ 70.414.448 ຄົນ.

ປະເທດທີ່ພົບຜູ້ຕິດເຊື້ອ ແລະ ເສຍຊີວິດຫຼາຍກວ່າໝູ່ຍັງແມ່ນປະເທດ ສະຫະລັດອາເມລິກາ ເຊິ່ງມີຜູ້ຕິດເຊື້ອສະສົມແລ້ວຫຼາຍກວ່າ 25 ລ້ານ ຄົນ ແລະ ເສຍຊີວິດແລ້ວ 419,729 ຄົນ ແລະ ປະເທດ ອິນເດຍເປັນອັນດັບ 2 ຂອງໂລກທີ່ມີຜູ້ຕິດເຊື້ອສະສົມຂອງພະຍາດນີ້ ມີ ຜູ້ຕິດເຊື້ອ 10.625.420 ຄົນ.

ໃນບັນດາກຸ່ມປະເທດອາຊຽນ ມາຮອດວັນທີ 22 ມັງກອນ 2021 ມີຜູ້ຕິດເຊື້ອສະສົມແລ້ວ 1.842.329 ຄົນ ແລະ ເສຍຊີວິດ 41.112 ຄົນ. ສະເພາະຢູ່ ສປປ ລາວ ພົບຜູ້ຕິດເຊື້ອສະສົມຈາກພະຍາດນີ້ 43 ຄົນ, ປິ່ນປົວຫາຍດີ ແລະ ອອກຈາກໂຮງໝໍແລ້ວ 41 ຄົນ ຍັງພຽງແຕ່ 2 ຄົນທີ່ພົບການຕິດເຊື້ອໃໝ່ໃນວັນທີ 21 ມັງກອນ 2021 ທີ່ຜ່ານມາ ຍັງນອນປິ່ນປົວຢູ່ໂຮງໝໍ ເຊີ່ງເປັນຄົນລາວ ເພດຍິງ ແລະ ຄົນສັນຊາດຈີນ ເປັນເພດຊາຍ ທັງສອງຄົນໄດ້ເດີນທາງມາແຕ່ປະເທດໄທ ເຂົ້າມາລາວ.  

ຂ່າວ: ວຽງຈັນທາຍ

Related Articles

Leave a Reply