2.000 ກວ່າຄອບຄົວໄດ້ຮັບ ຜົນກະທົບຈາກພາຍຸໝາກເຫັບຕົກ ຢູ່ເມືອງສີໂຄດຕະບອງ

2.000 ກວ່າຄອບຄົວໄດ້ຮັບ ຜົນກະທົບຈາກພາຍຸໝາກເຫັບຕົກ ຢູ່ເມືອງສີໂຄດຕະບອງ

ຈາກເຫດການພາຍຸໝາກເຫັບຕົກຢ່າງໜັກ ຢູ່ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໃນວັນທີ 22 ມີນາ 2026 ເວລາ 16:00 ໂມງ ທີ່ຜ່ານມາ ໄດ້ເຮັດໃຫ້ເຮືອນຊານປະຊາຊົນ 2.000 ກວ່າຄອບຄົວໄດ້ຮັບຜົນກະທົບຢູ່ໃນ 5 ບ້ານ ນອກນັ້ນມີໂຮງຮຽນ 4 ແຫ່ງ, ວັດ 1 ແຫ່ງ ແລະ ຫ້ອງການບ້ານ 1 ຫຼັງ ໄດ້ຮັບຄວາມເສຍຫາຍເຊັ່ນກັນ.

ທ່ານ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໃນນາມຮອງປະທານຜູ້ປະຈຳການ ຄພສ ໄດ້ລົງພື້ນທີ່ຕິດຕາມ ແລະ ຊີ້ນຳການຊ່ວຍເຫຼືອ ໃນມື້ວານນີ້ ໂດຍໄດ້ມອບເງິນຊ່ວຍເຫຼືອເບື້ອງຕົ້ນ ລວມມູນຄ່າຫຼາຍກວ່າ 1,4 ຕຶ້ກີບ, ນອກນັ້ນຍັງມີເຄື່ອງບັນເທົາທຸກສຸກເສີນ ລວມມີ ເຂົ້າສານ 20 ໂຕນ, ເຄື່ອງໃຊ້ຄົວເຮືອນ, ເຄື່ອງສຸຂະອະນາໄມ, ມຸ້ງ 1.000 ຜືນ ແລະ ສາດຢາງ 1.000 ຜືນ.

ແຜນການຕໍ່ໜ້າ.ກອງເລຂາ ຄພສ ຈະຮີບຮ້ອນປະ ສານສົມທົບກັບອົງການຄູ່ຮ່ວມພັດທະນາ ເພື່ອຈັດຫາ ສັງກະສີ ແລະ ອຸປະກອນສ້ອມແປງ ມາຊ່ວຍເຫຼືອໃຫ້ປະຊາຊົນໄດ້ກັບມາມີທີ່ຢູ່ອາໄສທີ່ປອດໄພໂດຍໄວ.

Related Articles

Leave a Reply