ບາງເຫດການ ແລະ ການຕໍ່ສູ້ຢ່າງພິລະອາດຫານ ຂອງທະຫານ ແລະ ປະຊາຊົນ ຢູ່ເມືອງທ່າແຂກໃຫ້ຮູ້ວ່າ: ວັນທີ 21 ມີນາ 1946 ຍົນພວກລ່າເມືອງຂຶ້ນແບບເກົ່າ ໄດ້ຫວ່ານໃບປິວລົງຕົວເມືອງທ່າແຂກ ຊຶ່ງໄດ້ເລີ່ມເປີດສາກບຸກໂຈມຕີດ້ວຍກໍາລັງໄຟປືນໃຫຍ່ໜ້າດິນປະສານກັບເຮືອບິນຖິ້ມລະເບີດ ແລະ ຍິງປືນກົນກວາດລົງໃສ່ກາງເມືອງ ແລະ ຝູງຄົນໃນຕະຫຼາດ, ຍິງໃສ່ກອງບັນຊາການ, ໂຮງຮຽນປະຖົມຊາວຫວຽດນາມຕ່າງດ້າວຢ່າງຮ້າຍແຮງ ແລະ ປ່າເຖື່ອນ, ເຮັດໃຫ້ຕົວເມືອງລຸກເປັນໄຟ, ປະຊາຊົນຈໍານວນຫຼາຍຮ້ອຍຄົນເສຍຊີວິດ ແລະ ຖືກບາດເຈັບ. ພວກເຂົາຫວັງຢາກຢຶດເອົາຕົວເມືອງທ່າແຂກໃຫ້ໄດ້ກ່ອນຕາເວັນຈະຕົກ. ສະນັ້ນ, ພວກເຂົາຈຶ່ງປ້ອງກັນບໍ່ໃຫ້ທະຫານພວກເຮົາຈັດຕັ້ງຂະຫຍາຍກໍາລັງ, ຮ້ອງຂໍກຳລັງ ຢູ່ແຂວງສະຫວັນນະເຂດ ມາເພີ່ມຕື່ມ ແລະ ເຕົ້າໂຮມບັນດາປືນໃຫຍ່ ພ້ອມດ້ວຍເຮືອບິນຜັດປ່ຽນກັນໄປຖິ້ມລະເບີດ, ຍິງທໍາລາຍລົງໃສ່ຂຸມຄອງ ຂອງທະຫານເຮົາຢ່າງຮ້າຍແຮງ ເພື່ອເປີດທາງໃຫ້ທະຫານຮາບບຸກເຂົ້າ. ຮອດເວລາ 17 ໂມງ ຂອງວັນທີ 21 ມີນາ 1946 ທະຫານປິກຕ່າງໆ ຂອງສັດຕູ ໄດ້ເຄື່ອນເຂົ້າມາຕົວເມືອງໝົດ, ພວກເຮົາສັງເກດເຫັນວ່າບໍ່ສາມາດຮັກສາທ່າແຂກໄວ້ໄດ້ເພາະ “ເຫຼັກຫຼາຍກວ່າຖ່ານ” ທະຫານຂອງພວກເຮົາທັງຕ້ານ ແລະ ຖອຍໄປທາງແຄມແມ່ນໍ້າຂອງ ພ້ອມກັບປະຊາຊົນໃຊ້ເຮືອພາຍ, ເຮືອຈັກ, ໄມ້ທ່ອນ, ເພື່ອລອຍຂ້າມແມ່ນໍ້າຂອງໄປແຂວງນະຄອນພະນົມ (ປະເທດໄທ). ພວກສັດຕູໄດ້ໃຊ້ເຮືອບິນ, ປືນໃຫຍ່, ປືນກົນຈັກ ແລະ ປືນອື່ນໆຍິງໃສ່ປະຊາຊົນ ແລະ ທະຫານ ຂອງພວກເຮົາ ທີ່ພວມຂ້າມແມ່ນໍ້າຂອງຢ່າງໂຫດຮ້າຍສາມານທີ່ສຸດ, ເຮັດໃຫ້ພະນັກງານ-ນັກຮົບ ແລະ ປະຊາຊົນຖືກບາດເຈັບລົ້ມຕາຍຢ່າງຫຼວງຫຼາຍ. ເຮືອຈັກທີ່ ປະທານ ສຸພານຸວົງ ແລະ ພະນັກງານ ຈໍານວນໜຶ່ງໄດ້ຖືກເຮືອບິນສັດຕູຍິງ ຢູ່ກາງແມ່ນໍ້າຂອງ, ນັກຮົບປະຕິວັດລາວຜູ້ໜຶ່ງ ແລະ ຊາວຫວຽດນາມຕ່າງດ້າວ 2 ຄົນ ໄດ້ເອົາຮ່າງຄີງບັງລູກປືນໃຫ້ແກ່ ປະທານ ສຸພານຸວົງ ຖືກເສຍສະຫຼະທັນທີ. ທ້າວ ທອງລາຍ “ສາຍຍານັກຮົບໜັງໜຽວ” ຟ້າວລຸກຂຶ້ນຢືນກົງໂກະກວມບັງ ປະທານ ສຸພານຸວົງ ເອົາໄວ້. ໃນຂະນະດຽວກັນ, ເຄື່ອງຈັກເຮືອເພນັກຮົບທີ່ເຫຼືອ 2 ຄົນ ຟ້າວໂຕນລົງນໍ້າລອຍຊວ້ານຊູເອົາເຮືອໄປເຖິງຝັ່ງໄທ, ປະທານ ສຸພານຸວົງ ຖືກບາດເຈັບສາຫັດ ແລະ ໄດ້ນໍາເອົາເພິ່ນໄປປິ່ນປົວ ຢູ່ໂຮງໝໍ ແຂວງນະຄອນພະນົມ ປະເທດໄທ.
ພາຍຫຼັງພວກລ່າເມືອງຂຶ້ນແບບເກົ່າ ແລະ ລູກແຫຼ່ງຕີນມື ຂອງພວກເຂົາຢຶດຄອງຕົວເມືອງທ່າແຂກໄດ້ແລ້ວ, ໄດ້ສ້າງໂທດກຳທີ່ບໍ່ມີວັນຈະລືມໄດ້ໃຫ້ແກ່ປະຊາຊົນລາວ, ພວກເຂົາໄດ້ເຂັນຂ້າປະຊາຊົນລາວ ແລະ ຊາວຫວຽດນາມຕ່າງດ້າວຜູ້ບໍລິສຸດ ດ້ວຍວິທີທີ່ໂຫດຫ້ຽມ; ເຂັນຂ້າແມ່ມານ ດ້ວຍການເອົາກະບີ່ແທງທ້ອງ, ຈັບເອົາເດັກນ້ອຍຍັດໃສ່ກະເປົາປ່ານມັດປາກແລ້ວຖິ້ມລົງນໍ້າຂອງ ແລະ ໃສ່ຄົກມອງຕຳຈົນຕາຍ, ເອົາປືນຍິງກວາດໃສ່ຝູງຄົນແລ້ວໂຍນລົງນໍ້າຂອງ ເຮັດໃຫ້ນໍ້າຂອງຍາມນັ້ນເຕັມໄປດ້ວຍເລືອດ ແລະ ຊາກສົບ. ປະຊາຊົນຜູ້ບໍລິສຸດລວມທັງແມ່ຍິງ ແລະ ເດັກນ້ອຍ ຈໍານວນ 3,000 ກວ່າຄົນຖືກຂ້າຕາຍ, ເຮືອນຊານບ້ານຊ່ອງ ແລະ ພື້ນຖານໂຄງລ່າງ ຖືກທໍາລາຍເປັນຈຳນວນຫຼວງ ຫຼາຍ; ຄອບຄົວ ຜົວ, ເມຍ, ພໍ່, ແມ່, ລູກ ຖືກພັດພາກຈາກກັນ, ລູກກາຍເປັນກຳພ້າ-ກຳພອຍ. ຍ້ອນການກະທຳທີ່ໄຮ້ມະນຸດສະທຳ ແລະ ໂຫດຮ້າຍປ່າເຖື່ອນດັ່ງກ່າວ, ວັນທີ 21 ມີນາ 1946 ຈຶ່ງໄດ້ກາຍເປັນ “ວັນຄຽດແຄ້ນ” ຂອງປະຊາຊົນລາວ ຕໍ່ພວກລ່າເມືອງຂຶ້ນແບບເກົ່າຜູ້ຮຸກຮານ.
ຮຽບຮຽງໂດຍ: ວັນເພັງ

