3 ວຽກງານຫຼັກທີ່ແຂວງຊຽງຂວາງ ສຸມໃສ່ເພື່ອຍູ້ ເສດຖະກິດພາຍໃນແຂວງ

3 ວຽກງານຫຼັກທີ່ແຂວງຊຽງຂວາງ ສຸມໃສ່ເພື່ອຍູ້ ເສດຖະກິດພາຍໃນແຂວງ

ແຂວງຊຽງຂວາງ ຖືເອົາ 3 ວຽກງານຫຼັກ ຄື ການປູກ-ການລ້ຽງສັດໃຫຍ່ເປັນສິນຄ້າ, ການບໍລິການ ແລະ ການທ່ອງທ່ຽວ ແລະ ອຸດສາຫະກໍາການປຸງແຕ່ງຜົນຜະລິດກະສິກໍາ ແລະ ຊັບພະຍາກອນທໍາມະຊາດ ເພື່ອການພັດທະນາແຂວງໃຫ້ຂະຫຍາຍຕົວຢ່າງ ຕໍ່ເນື່ອງ ຕາມທິດຍືນຍົງ.

ສະຫາຍ ບຸນຈັນ ສີວົງພັນ ເລຂາພັກແຂວງ ໂດຍຕາງໜ້າໃຫ້ຄະນະບໍລິຫານງານພັກແຂວງ ແລະ ຜູ້ແທນສົມບູນ ແຂວງຊຽງຂວາງໄດ້ລາຍງານກຽ່ວກັບວຽກງານພາຍໃນແຂວງໃນໄລຍະ 5 ປີທີ່ຜ່ານມາ (2016-2020) ທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ເມື່ອວັນທີ 13 ມັງກອນ 2021 ທີ່ ຫໍປະຊຸມແຫ່ງຊາດ ໂດຍມີເນື້ອໃນບາງຕອນທີ່ສໍາຄັນວ່າ: ແຂວງຊຽງຂວາງ ໄດ້ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ໄລຍະ 5 ປີຜ່ານມາຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກແຂວງ ໃຫ້ປະກົດຜົນເປັນຈິງໂດຍຕິດພັນກັບ ຄໍາຂວັນ: “ຍົກສູງຄວາມສາມາດເປັນແບບຢ່າງນໍາໜ້າຂອງພັກ, ເພີ່ມທະວີຄວາມສາມັກຄີປອງດອງບັນດາເຜົ່າ, ເສີມຂະຫຍາຍມູນເຊື້ອວິລະຊົນເຂົ້າໃນການພັດທະນາແຂວງໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງຕາມທິດຍືນຍົງ”. ໄດ້ກໍານົດທິດທາງແຜນງານຢ່າງລະອຽດ ໂດຍຖືເອົາ 3 ວຽກງານເປັນວຽກງານບູລິມະສິດຊຶ່ງປະກອບມີ ການປູກ-ການລ້ຽງສັດໃຫຍ່ເປັນສິນຄ້າ, ການບໍລິການ ແລະ ການທ່ອງທ່ຽວ ແລະ ອຸດສາຫະກໍາການປຸງແຕ່ງຜົນຜະລິດກະສິກໍາ ແລະ ຊັບພະຍາກອນທໍາມະຊາດ. ມາຮອດປັດຈຸບັນນີ້ພາຍໃນແຂວງໄດ້ມີສັດທັງໝົດ 1,77 ລ້ານໂຕ, ໃນນັ້ນມີຄວາຍ 48.827 ໂຕ, ງົວ 159.625 ໂຕ, ມ້າ 5.274 ໂຕ, ໝູ 131.449 ໂຕ, ແກະ ແລະ ແບ້ 32.696 ໂຕ ແລະ ສັດປີກ 1,37 ລ້ານໂຕ, ໄດ້ປັບປຸງທົ່ງຫຍ້າໄດ້ທັງໝົດ 22.101 ເຮັກຕາເທົ່າກັບ 94,31% ຂອງທົ່ງຫຍ້າລ້ຽງສັດທັງໝົດໃນທົ່ວແຂວງ, ເດັ່ນກວ່າໝູ່ແມ່ນ ຟາມບໍລິສັດພັດທະນາກະສິກໍາ ລາວ-ຍີ່ປຸ່ນ ຫຸ້ນສ່ວນກັບບໍລິສັດວີນາມິວ ສສ.ຫວຽດນາມ ເຊິ່ງປັດຈຸບັນມີງົວ ທັງໝົດ 2.194 ໂຕ. ຂະນະດຽວກັນ, ສິນຄ້າຂາອອກຕົ້ນຕໍແມ່ນຜະລິດຕະພັນກະສິກໍາ, ສັດລ້ຽງ, ແຮ່ທາດ ແລະ ເຄື່ອງປ່າຂອງດົງ.

ສະຫາຍ ບຸນຈັນ ສີວົງພັນໄດ້ລາຍງານຕື່ມວ່າ: ໄດ້ລົງເລິກກ່ຽວກັບການປູກ-ການປຸງແຕ່ງຊາພູສັນ ເປັນສິນຄ້າຢູ່ໃນບັນດາກຸ່ມບ້ານ, ເຊິ່ງເລີ່ມມາແຕ່ປີ 2001-2007, ເຊິ່ງພົ້ນເດັ່ນກວ່າໝູ່ແມ່ນການປູກ ແລະ ການປຸງແຕ່ງຊາ ຢູ່ເມືອງແປກເຊິ່ງຈັດແບ່ງອອກເປັນ 4 ກຸ່ມບ້ານຄື: ກຸ່ມບ້ານຍອດປຽງ, ກຸ່ມບ້ານອໍອັນ, ກຸ່ມບ້ານຕ້າ ແລະ ກຸ່ມບ້ານໜອງ ລວມມີ 144 ຄອບຄົວ, ມີເນື້ອທີ່ປູກຊາ ລວມທັງໝົດ 323 ເຮັກຕາ, ຜົນຜະລິດເກັບຍອດຊາດິບມາປຸງແຕ່ງໄດ້ 85.623 ໂຕນຕໍ່ປີ, ປຸງແຕ່ງເປັນຊາແຫ້ງເພື່ອສົ່ງອອກເປັນສິນຄ້າໄດ້ 31.938 ໂຕນຕໍ່ປີ, ລວມລາຍຮັບທັງໝົດ 5,74 ຕື້ກີບ. ໄລຍະ 5 ປີຜ່ານມາ ສາມາດເກັບລາຍຮັບໄດ້ 28,7 ຕື້ກີບ, ມີຕະຫຼາດຈໍາໜ່າຍທັງພາຍໃນແຂວງ, ຕ່າງແຂວງ 20% ແລະ ຕ່າງປະເທດ 80% ສ່ວນຫຼາຍ ແມ່ນ ສປ ຈີນ. ນອກຈາກການປູກຊາ ແລະ  ປຸງແຕ່ງຊາ ເປັນສິນຄ້າແລ້ວ ປະຊາຊົນ 4 ກຸ່ມບ້ານຍັງໄດ້ເຮັດການຜະລິດປູກຝັງ ແລະ ລ້ຽງສັດ, ເຮັດສວນສະຕໍເບີລີ, ສວນໄມ້ໃຫ້ໝາກຊະນິດຕ່າງໆສ້າງລາຍຮັບເພີ່ມຕື່ມອີກ ແລະ ອື່ນໆ.

Related Articles

Leave a Reply