35 ວັນຕິດຕໍ່ກັນທີ່ບໍ່ມີລາຍງານຜູ້ຕິດເຊື້ອໂຄວິດ-19 ຢູ່ ລາວ

35 ວັນຕິດຕໍ່ກັນທີ່ບໍ່ມີລາຍງານຜູ້ຕິດເຊື້ອໂຄວິດ-19 ຢູ່ ລາວ

ລາຍງານຈາກສູນປະຕິບັດງານ ຄະນະສະເພາະກິດ ຄວບຄຸມ ໂຄວິດ-19 ໃຫ້ຊາບໃນຕອນບ່າຍມື້ນີ້ວ່າ ເປັນໄລຍະ 35 ວັນຕິດຕໍ່ກັນແລ້ວ ທີ່ບໍ່ພົບຜູ້ຕິດເຊື້ອເພີ່ມໃໝ່ຢູ່ລາວ.

ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ລາຍງານກ່ຽວກັບສະພາບການຕິດຕາມ ແລະ ປ້ອງກັນ ໂຄວິດ-19 ໃນການຖະແຫຼງຂ່າວມື້ນີ້ວ່າ ໃນວັນທີ 16 ພຶດສະພາ 2020 ທີ່ຜ່ານມາ, ໄດ້ເກັບຕົວຢ່າງມາກວດທັງໝົດ 138 ຄົນ (ຕົວຢ່າງໃໝ່ແມ່ນມີ 27 ຄົນ, ສ່ວນ 111 ຄົນທີ່ຈຳກັດບໍລິເວນຢູ່ ໂຮງແຮມດອນຈັນພາເລດ ແມ່ນໄດ້ເກັບຕົວຢ່າງໃນຕອນຄ່ຳ ຂອງວັນທີ 15 ພຶດສະພາ 2020 ແລະ ມາກວດວິເຄາະ ໃນວັນທີ 16 ພຶດສະພາ 2020, ໃນນັ້ນ ມີກໍລະນີສົງໄສ 6 ຄົນ, ແຮງງານລາວທີ່ກັບມາແຕ່ປະເທດໄທ 21 ຄົນ, ແຮງງານຈີນ 110 ຄົນ ແລະ ບຸກຄົນທົ່ວໄປ 01 ຄົນ ເຊິ່ງຜົນກວດທັງໝົດແມ່ນບໍ່ມີຜູ້ຕິດເຊື້ອ.

ປະຈຸບັນ ທົ່ວປະເທດມີສູນຈໍາກັດບໍລິເວນ ທັງໝົດ 91 ສູນ, ມີຜູ້ຈຳກັດບໍລິເວນຢູ່ສູນ 2,416 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດແມ່ນບໍ່ພົບເຊື້ອໂຄວິດ-19 ແລະ ຍັງມີຜູ້ປີ່ນປົວຢູ່ໂຮງໝໍມິດຕະພາບ 5 ຄົນ.

ດຣ. ຣັດຕະນະໄຊ ເພັດສຸວັນ ຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ, ຊຸມຊົນ, ຄອບຄົວ ແລະ ສ່ວນບຸກຄົນ ຈົ່ງເອົາໃຈໃສ່ທຳຄວາມເຂົ້າໃຈ ເພື່ອຮ່ວມແຮງຮ່ວມໃຈກັນ ສືບຕໍ່ຈັດຕັ້ງປະຕິບັດ ແຈ້ງການສະບັບເລກທີ່ 580/ຫສນຍ ລົງວັນທີ່ 15 ພຶດສະພາ 2020 ນີ້ໃຫ້ຖືກຕ້ອງ ແລະ ເຂັ້ມງວດ, ເຊິ່ງຍັງມີ 4 ມາດຕະການທີ່ໃຫ້ສືບຕໍ່ປະຕິບັດ.

ມາດຕະການທີ່ໃຫ້ສືບຕໍ່ປະຕິບັດ ລວມມີ ປິດບັນດາກິດ ຈະການ ເປັນຕົ້ນ: ຕະຫຼາດກາງຄືນ, ຮ້ານບັນເທີງ, ຮ້ານກິນ-ດື່ມ (ເຫຼົ້າ, ເບຍ ແລະ ສິ່ງມຶນເມົາ), ຮ້ານຄາຣາໂອເກະ, ຮ້ານເກມ, ໂຮງສາຍຮູບເງົາ, ກາຊິໂນ ແລະ ການຈັດລາຍການ ແຂ່ງຂັນກິລາ. ຫ້າມຈັດກິດຈະກຳຊຸມນຸມ (ບໍ່ເປັນທາງການ), ຊຸມແຊວ ແລະ ງານສັງສັນ. ຫ້າມຈັດງານປະເພນີ ແລະ ງານດອງ ທີ່ມີຜູ້ເຂົ້າຮ່ວມເກີນ 50 ຄົນ, ເຊິ່ງບໍ່ສາມາດຮັກສາ ໄລຍະຫ່າງເກີນກວ່າ 1 ແມັດ ໄດ້ ແລະ ມີຄວາມສ່ຽງຕໍ່ການຕິດ ເຊື້ອ. ປິດດ່ານປະເພນີ, ດ່ານ ທ້ອງຖິ່ນ ແລະ ດ່ານສາກົນ ສຳລັບການເຂົ້າ-ອອກ ຂອງບຸກ ຄົນທົ່ວໄປ, ເວັ້ນເສຍແຕ່ລົດ ຂົນສົ່ງສິນຄ້າ, ຜູ້ທີ່ໄດ້ກຳນົດ ໃນຂໍ້ທີ 4.9 ຂອງແຈ້ງການ ສະບັບເລກທີ 580/ຫສນຍ, ລົງວັນທີ 15 ພຶດສະພາ 2020 ແລະ ຜູ້ທີ່ໄດ້ຮັບການອະນຸຍາດ ຈາກຄະນະສະເພາະກິດ. ໂຈະການອອກວີຊາທຸກປະເພດໃຫ້ບຸກຄົນທົ່ວໄປ ທີ່ເດີນທາງ ມາຈາກ ຫຼື ຜ່ານປະເທດ ທີ່ຍັງມີການລະບາດ ຂອງພະ ຍາດໂຄວິດ-19, ຍົກເວັ້ນແຕ່ ສໍາລັບນັກການທູດ, ຊ່ຽວຊານ, ວິຊາການ ແລະ ແຮງງານຕ່າງປະເທດ ທີ່ມີຄວາມຈຳເປັນ ແລະ ຮີບດ່ວນ ເຂົ້າມາປະຕິບັດ ວຽກງານ ຢູ່ສະຖານທູດ, ບັນດາ ກິດຈະການ ແລະ ໂຄງການ ຕ່າງໆ ທີ່ມີຄວາມສໍາຄັນ ແລະ ຈຳເປັນ.

ຂ່າວ: ວຽງຈັນທາຍ

ພາບ: ພູນຊັບ

Related Articles

Leave a Reply