40 ບ້ານເມືອງຊົນບູລີ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ

40 ບ້ານເມືອງຊົນບູລີ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ

ກອງເລຂາຕ້ານໄພພິບັດເມືອງ ຊົນບູລີໄດ້ໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ສະພາບນໍ້າຖ້ວມຢູ່ເມືອງຊົນບູລີ ຮອດປັດຈຸບັນນໍ້າໄດ້ບົກແຫ້ງລົງແດ່ແລ້ວ ແຕ່ກໍຍັງໄດ້ເຝົ້າລະວັງຢູ່ ຊຶ່ງບ້ານທີ່ໄດ້ຮັບຜົນກະທົບມີທັງໝົດ 40 ບ້ານ, ມີ 3.668 ຫຼັງຄາ, ມີພົນລະເມືອງ 24.450 ຄົນ, ເນື້ອທີ່ນາຖືກນ້ຳຖ້ວມ 5.735 ເຮັກຕາ, ສວນພືດຜັກຖືກຖ້ວມ 176 ເຮັກຕາ, ໜອງປາ 235 ໜອງ, ລະບົບຊົນລະປະທານ 9 ແຫ່ງ, ປະຕູນໍ້າ 3 ແຫ່ງ, ໂຮງຮຽນທີ່ໄດ້ຮັບຜົນກະທົບ ແລະ ຕ້ອງໂຈະການຮຽນຊົ່ວຄາວມີ: ໂຮງຮຽນປະຖົມ 9 ແຫ່ງ, ໂຮງຮຽນມູນລະປະຖົມ 6 ແຫ່ງ, ມັດທະຍົມຕົ້ນ 2 ແຫ່ງ, ລວມທັງໝົດ 17 ແຫ່ງ, ບ້ານທີ່ຕ້ອງລະງັບການໃຊ້ໄຟຟ້າຊົ່ວຄາວ ເພື່ອຄວາມປອດໄພມີ 9 ບ້ານ, ນອກນັ້ນຍັງມີເສັ້ນທາງ, ເຮືອນປະຊາຊົນຖືກນໍ້າພັດໄປ ແລະ ຖືກເປ່ເພ ເປັນຈໍານວນຫຼາຍ.

ການນໍາແຂວງ, ເມືອງ, ພາກລັດ ແລະ ເອກະຊົນ ໄດ້ບໍລິຈາກເຄື່ອງທີ່ຈຳເປັນເພື່ອຊ່ວຍເຫຼືອໃນເບື້ອງຕົ້ນໃຫ້ແກ່ຜູ້ປະສົບໄພ ຊຶ່ງປະກອບມີ: ເຂົ້າສານ, ອາຫານແຫ້ງ, ເຄື່ອງນຸ່ງຫົ່ມ, ຢາປົວພະຍາດ ແລະ ອື່ນໆ.

ຂ່າວ-ພາບ: ໜສຂ

Related Articles

Leave a Reply