5 ປີຂ້າງໜ້າລັດຖະບານຈະສຸມໃສ່ 5 ຄາດໝາຍຕົ້ນຕໍ

5 ປີຂ້າງໜ້າລັດຖະບານຈະສຸມໃສ່ 5 ຄາດໝາຍຕົ້ນຕໍ

ແຜນການ 5 ປີ ຄັ້ງທີ X (2026-2030), ລັດຖະບານຈະສຸມໃສ່ 5 ຄາດໝາຍຕົ້ນຕໍ ລວມມີຄາດໝາຍດ້ານເສດຖະກິດ, ຄາດໝາຍດ້ານວັດທະນະທໍາ-ສັງຄົມ, ຄາດໝາຍດ້ານສິ່ງແວດລ້ອມ, ຄາດໝາຍດ້ານການຮ່ວມມື ແລະ ເຊື່ອມໂຍງກັບສາກົນ ແລະ ຄາດໝາຍດ້ານການປົກຄອງ, ການບໍລິຫານລັດແລະ ວຽກງານຍຸຕິທໍາ.

5 ຄາດໝາຍດັ່ງກ່າວນີ້ ແມ່ນອີງຕາມບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ( 2021-2025 ) ແລະ ທິດທາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ 5 ປີ ຄັ້ງທີ X (2026-2030) ທີ່ທ່ານນາຍົກລັດຖະ ມົນຕີ ສອນໄຊ ສີພັນດອນ ສະເໜີຕໍ່ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ໃນຕອນບ່າຍວັນທີ 23 ມີນາຜ່ານມາ ທີ່ຜ່ານມາ.

ເປົ້າໝາຍ 5 ຄາດໝາຍມີດັ່ງນີ້:

1. ຄາດໝາຍດ້ານເສດຖະກິດ: ສູ້ຊົນໃຫ້ GDP ຂະ ຫຍາຍຕົວສະເລ່ຍ 6% ຕໍ່ປີຂຶ້ນໄປ; GDP ຕໍ່ຫົວຄົນ ໃຫ້ໄດ້ 3,104 ໂດລາ ແລະ GNI ຕໍ່ຫົວຄົນ ໃຫ້ໄດ້ 2.914 ໂດລາ ໃນປີ 2030; ສູ້ຊົນເກັບລາຍຮັບງົບປະມານແຫ່ງລັດ ໃຫ້ໄດ້ 554.400 ຕື້ກີບ ເທົ່າກັບ 20,95% ຂອງ GDP ຂຶ້ນໄປ, ລາຍຈ່າຍງົບປະມານ ຢູ່ໃນລະດັບ 528.400 ຕື້ກີບ ເທົ່າ ກັບ 19,96% ຂອງ GDP ແລະ ເກີນດຸນງົບປະມານ 26 ພັນຕື້ກີບ ເທົ່າກັບ 0,98% ຂອງ GDP; ສູ້ຊົນຫຼຸດຜ່ອນໜີ້ສິນສາທາລະນະໃຫ້ຢູ່ໃນລະດັບຕໍ່າກວ່າ 70% ຂອງ GDP;

ຮັບປະກັນສະຖຽນລະພາບດ້ານເງິນຕາ ໂດຍຄວບຄຸມອັດ ຕາເງິນເຟີ້ ໃຫ້ຢູ່ໃນລະດັບບໍ່ເກີນ 5% (±2%), ຄັງສຳຮອງເງິນຕາຕ່າງປະເທດ ໃຫ້ສາມາດກຸ້ມການນໍາເຂົ້າ 5 ເດືອນຂຶ້ນໄປ, ຄຸ້ມຄອງການສົ່ງອອກ-ນໍາເຂົ້າຜ່ານລະບົບທະນາ ຄານ ແລະ ນໍາເງິນຕາຕ່າງປະເທດຈາກການສົ່ງອອກເຂົ້າ ມາ ໃຫ້ໄດ້ຢ່າງໜ້ອຍ 75%; ສູ້ຊົນລະດົມການລົງທຶນໃຫ້ໄດ້ 636.178 ຕື້ກີບ ເທົ່າກັບ 24% ຂອງ GDP ຂຶ້ນໄປ; ສູ້ຊົນການຜະລິດເຂົ້າ ໃຫ້ໄດ້ 4 ລ້ານໂຕນຕໍ່ປີ, ການສົ່ງອອກຜະ ລິດຕະພັນກະສິກຳ ແລະ ປ່າໄມ້ ໃຫ້ໄດ້ 1,9 ຕື້ໂດລາຕໍ່ປີ;

ດຶງດູດນັກທ່ອງທ່ຽວຕ່າງປະເທດ ໃຫ້ໄດ້ 22 ລ້ານ ເທື່ອຄົນ ສ້າງລາຍຮັບປະມານ 8 ຕື້ໂດລາ; ສູ້ຊົນຜະລິດກະແສໄຟຟ້າໃຫ້ໄດ້ 333.562,60 ລ້ານກິໂລວັດໂມງ; ມູນຄ່າການຜະລິດ ແລະ ປຸງແຕ່ງແຮ່ທາດ ໃຫ້ໄດ້ 284.432,8 ຕື້ກີບ.

2. ຄາດໝາຍດ້ານວັດທະນະທໍາ-ສັງຄົມ: ສູ້ຊົນເຮັດໃຫ້ອັດຕາເຂົ້າຮຽນຂອງເດັກອາຍຸ 5 ປີ ບັນລຸໄດ້ 90%, ອັດ ຕາປະລະການຮຽນຂອງນັກຮຽນຊັ້ນມັດທະຍົມຕອນຕົ້ນ ບໍ່ໃຫ້ເກີນ 8%; ຈໍານວນນັກສຶກສາທີ່ຮຽນຈົບອາຊີວະສຶກ ສາ ແລະ ອົບຮົມວິຊາຊີບຕາມຫຼັກສູດທາງການ ໃຫ້ບັນລຸ 50 ພັນຄົນ; ສູ້ຊົນເຮັດໃຫ້ອັດຕາການຕາຍຂອງເດັກນ້ອຍເກີດໃໝ່ ໃຫ້ຕໍ່າກວ່າ 10/1.000 ຄົນເດັກນ້ອຍເກີດມີຊີ ວິດ, ອັດຕາການຕາຍຂອງເດັກນ້ອຍລຸ່ມ 5 ປີ ໃຫ້ຕໍ່າກວ່າ 25/1.000 ຄົນເດັກນ້ອຍເກີດມີຊີວິດ; ສູ້ຊົນພັດທະນາສີມືແຮງງານ ໃຫ້ໄດ້ 650 ພັນຄົນ ແລະ ການຈັດຫາວຽກເຮັດງານທໍາເຂົ້າສູ່ຕະຫຼາດແຮງງານພາຍໃນ ແລະ ຕ່າງປະ ເທດ ໃຫ້ໄດ້ 411 ພັນຄົນ; ສູ້ຊົນເຮັດໃຫ້ອັດຕາຄວາມທຸກ ຍາກຫຼຸດລົງຍັງເຫຼືອໜຶ່ງຕົວເລກ, ສ້າງຄອບຄົວພົ້ນທຸກໃຫ້ໄດ້ຫຼາຍກວ່າ 1 ແສນຄອບຄົວ; ຫຼຸດຜ່ອນອັດຕາເດັກນ້ອຍລຸ່ມ 5 ປີ ທີ່ຂາດສານອາຫານກະທັນຫັນ ໃຫ້ຍັງເຫຼືອ 5% ຂອງປະຊາກອນເປົ້າໝາຍ; ສູ້ຊົນສະເໜີແຫຼ່ງມໍລະດົກອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ໃຫ້ເປັນມໍລະດົກໂລກ, ເສົາຫີນຕັ້ງ ແຂວງຫົວພັນ ແລະ ທາດອີງຮັງ ເຂົ້າບັນຊີສໍາຮອງມໍລະດົກໂລກ ໂດຍອົງການອຸຍແນັສໂກ ແລະ ສູ້ຊົນສະເໜີ “ລາບ,ພິທີສູ່ຂວັນ, ປູ່ເຍີຍ່າເຍີ,ບຸນປີໃໝ່ລາວ, ເຂົ້າຕົ້ມ-ເຂົ້າຫຼາມ” ເຂົ້າເປັນມໍລະດົກວັດທະນະທຳນາມມະທຳຂອງມວນມະນຸດ.

3. ຄາດໝາຍດ້ານສິ່ງແວດລ້ອມ: ສູ້ຊົນເຮັດໃຫ້ເນື້ອທີ່ປົກຫຸ້ມປ່າໄມ້ ບັນລຸ 65% ຂອງເນື້ອທີ່ດິນທົ່ວປະເທດ; ສູ້ ຊົນຂຶ້ນທະບຽນອອກໃບຕາດິນ ຢູ່ນອກເຂດທີ່ດິນປ່າໄມ້ທີ່ຍັງບໍ່ທັນສໍາເລັດ ໃຫ້ໄດ້ 150 ພັນຕອນ; ຫຼຸດຜ່ອນການປ່ອຍ ແລະ ເພີ່ມການດູດຊັບທາດອາຍເຮືອນແກ້ວ ໃຫ້ໄດ້ 60% ທຽບໃສ່ລະດັບການປ່ອຍປົກກະຕິ; ອັດຕາການນໍາໃຊ້ພະລັງງານສະອາດໃນພາຫະນະຂົນສົ່ງ ໃຫ້ໄດ້ຢ່າງໜ້ອຍ 30% ຂອງພະຫະນະທັງໝົດ; ຂະຫຍາຍຕາໜ່າງສະຖານີອຸຕຸນິຍົມ ຢູ່ບັນດາເມືອງ ທີ່ຍັງບໍ່ທັນມີ ໃຫ້ໄດ້ 35 ແຫ່ງ,ຂະຫຍາຍຕາໜ່າງສະຖານີອຸທົກກະສາດໃນເຂດທີ່ມີຄວາມສ່ຽງໄພນໍ້າຖວ້ມ ໃຫ້ໄດ້ 25 ແຫ່ງ.

4. ຄາດໝາຍດ້ານການຮ່ວມມື ແລະ ເຊື່ອມໂຍງກັບສາ ກົນ: ກໍ່ສ້າງ, ປັບປຸງ ແລະຍົກລະດັບເສັ້ນທາງຫຼວງແຫ່ງ ຊາດ ທີ່ເປັນເສັ້ນທາງຫຼວງອາຊຽນຕາມແລວເສດຖະກິດ ໃຫ້ສາມາດຮັບນໍ້າໜັກລົດບັນທຸກໄດ້ 11 ໂຕນ/ເພົາ ໃຫ້ໄດ້ 1.450 ກມ ( ໃນນັ້ນ, ສູ້ຊົນໃຫ້ພາກເອກະຊົນເຂົ້າມີສ່ວນ ຮ່ວມດ້ວຍຮູບແບບ OBPRC ໃຫ້ໄດ້ 1 ພັນ ກມ); ຫຼຸດຜ່ອນເວລາການອອກອະນຸຍາດ, ຢັ້ງຢືນການນໍາເຂົ້າ ແລະ ສົ່ງອອກສິນຄ້າ ໃຫ້ໄດ້ 40% ໃນປີ 2030 ແລະ ສົ່ງອອກສິນຄ້າພາຍໃຕ້ສິດທິພິເສດທາງການຄ້າ ໃຫ້ກວມເອົາ 45% ຂອງມູນຄ່າການສົ່ງອອກທັງໝົດ.

5. ຄາດໝາຍດ້ານການປົກຄອງ,ການບໍລິຫານລັດແລະ ວຽກງານຍຸຕິທໍາ: ສູ້ຊົນສ້າງແຂວງເປັນຫົວໜ່ວຍຍຸດທະສາດ ໃຫ້ໄດ້ 3 ແຂວງ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ໃຫ້ໄດ້ 18 ເມືອງ ແລະ ສ້າງຕັ້ງຕາແສງ ໃຫ້ໄດ້ 617 ຕາແສງ; ສູ້ຊົນສ້າງຕັ້ງສູນບໍລິການຜ່ານປະຕູດຽວ ຢ່າງໜ້ອຍໃຫ້ໄດ້ 35 ສູນ; ສູ້ຊົນຕັດສິນຄະດີອາຍາ ໃຫ້ໄດ້ 90% ຂຶ້ນໄປ ແລະ ຄະດີແພ່ງ 75% ຂຶ້ນໄປ ຂອງຄະດີທັງໝົດ.

Related Articles

Leave a Reply