ທ່ານ ເຫຼັກໄຫຼ ສິວິໄລ ໄດ້ກ່າວຕໍ່ທີມງານວຽງຈັນທາຍເມື່ອບໍ່ດົນມານີ້ວ່າ: ອໍານາດການປົກຄອງແຂວງເຊກອງມີຄາດໝາຍສູ້ຊົນທີ່ຈະເຮັດໃຫ້ເສດຖະກິດຂອງແຂວງຂະຫຍາຍຕົວຂອງລວມຍອດຜະລິດຕະພັນພາຍໃນ (GDP) ເພີ່ມຂຶ້ນ 7% ຕໍ່ປີໃນໄລຍະ 5 ປີຕໍ່ໜ້າ (2021-2025) ແຕ່ຍັງມີສິ່ງທ້າທາຍຫຼາຍດ້ານໂດຍສະເພາະຍັງມີການແຜ່ລະບາດຂອງພະຍາດໂຄວິດ-19 ນອກນັ້ນຈໍາເປັນຕ້ອງມີມູນຄ່າການລົງທຶນສູງເຖິງ 4.630 ຕື້ກີບ ຫຼື ປະມານ 926 ຕື້ກີບຕໍ່ປີ.
ທ່ານ ເຫຼັກໄຫຼ ໄດ້ກ່າວຕື່ມວ່າ: ໃນຈໍານວນ ມູນຄ່າການລົງທຶນ 4.630 ຕື້ກີບດັ່ງກ່າວນີ້ຈະເປັນການລົງທຶນຈາກງົບປະມານລັດ 500 ຕື້ກີບ, ທຶນຊ່ວຍເຫຼືອລ້າ ແລະ ກູ້ຢືມ 463 ຕື້ກີບ, ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ 2.778 ຕື້ກີບ ແລະ ຊຸກຍູ້ການປ່ອຍສິນເຊື່ອຂອງທະນາຄານໃຫ້ໄດ້ 889 ຕື້ກີບ. ສະເພາະ ປີ 2020 ທີ່ຜ່ານມາຄາດໝາຍເບື້ອງຕົ້ນລວມຍອດຜະລິດຕະພັນພາຍໃນ (GDP) ເພີ່ມຂຶ້ນໃນລະດັບ 8% ຕໍ່ປີ ແຕ່ຜ່ານການຈັດຕັ້ງປະຕິບັດຕົວຈິງເຫັນວ່າຫຼຸດແຜນຍ້ອນໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຊຶ່ງເພີ່ມຂຶ້ນພຽງ 4,3%ເທົ່ານັ້ນ.
ຂ່າວ: ວຽງຈັນທາຍ

