5 ປີ ກະຊວງກະສິກໍາ ແລະ ປ່າໄມ້ ມີຜົນສໍາເລັດຫຼາຍດ້ານ

5 ປີ ກະຊວງກະສິກໍາ ແລະ ປ່າໄມ້ ມີຜົນສໍາເລັດຫຼາຍດ້ານ

ກະຊວງກະສິກໍາ ແລະ ປ່າໄມ້ແຈ້ງໃຫ້ຮູ້ວ່າ: ໃນໄລຍະ 5 ປີທິ່ຜ່ານມາ (2015-2020), ກະຊວງກະສິກໍາ ແລະ ປ່າໄມ້ມີຜົນສໍາເລັດຫຼາຍດ້ານເຖິງແມ່ນວ່າຈະໄດ້ຮັບຜົນກະທົບຈາກໄພທໍາມະຊາດ, ພະຍາດສັດ ແລະ ສັດຕູພຶດ ແຕ່ຫຼາຍໜ້າວຽກແມ່ນໄດ້ສໍາເລັດຕາມແຜນ ການໃນແຕ່ລະ ປີ.
ຜົນສຳເລັດດັ່ງກ່າວໄດ້ສະແດງອອກຄື: ການຜະລິດພືດເປັນສິນຄ້າສົ່ງອອກແມ່ນປະຕິບັດໄດ້ 9,1 ລ້ານໂຕນຕໍ່ປີ ຊຶ່ງມີມູນຄ່າການສົ່ງອອກປະມານ 4 ຕື້ກີບ ຫຼື ປະມານ 800 ລ້ານໂດລາຕໍ່ປີ, ພຶດກະສິກໍາສົ່ງອອກສ່ວນຫຼາຍແມ່ນແມ່ນກາເຟ, ສາລີອາຫານສັດ, ໝາກເດືອຍ, ກ້ວຍ, ມັນຕົ້ນ, ອ້ອຍ, ຢາງພາລາ ໂດຍສົ່ງອອກໄປປະເທດຈີນຫຼາຍກວ່າປະເທດອື່ນ.
ວຽກງານການຄຸ້ມຄອງ ແລະ ພັດທະນາປ່າໄມ້ ໄດ້ສຳຫຼວດຈັດສັນທີ່ດິນ 3 ປະເພດປ່າເພື່ອພັດທະນາ, ໄດ້ສຳຫຼວດການຍົກລະດັບປ່າສະຫງວນແຫ່ງ ຊາດນ້ຳແອດ-ພູເລີຍ, ນາກາຍ-ນ້ຳເທີນ ແລະ ຫີນໜາມໜໍ່ ຂຶ້ນເປັນອຸທິຍານແຫ່ງຊາດ, ສຳເລັດການສ້າງເຂດອະນຸລັກສັດປ່າທີ່ຫາຍາກໂອ່ງ-ມັ່ງ ໃຫ້ເປັນເຂດຮັກສາພັນສັດປ່າແຫ່ງຊາດ, ມີໂຮງງານປຸງແຕ່ງໄມ້, ປູກເພື່ອປຸງແຕ່ງໄມ້ ແລະ ເຈັ້ຍເພື່ອສົ່ງອອກຢູ່ແຂວງພາກກາງ, ເນື້ອທີ່ປ່າປົກຫຸ້ມບັນລຸໄດ້ 62%, ເພີ່ມຂຶ້ນ 4% ທຽບໃສ່ປີ 2015. ໄດ້ສົ່ງເສີມການຄຸ້ມຄອງປົກປັກຮັກສາປ່າໄມ້ແບບຍືນຍົງ ຕິດພັນກັບການສົ່ງເສີມການທ່ອງທ່ຽວທຳມະຊາດແບບມີສ່ວນຮ່ວມລະຫວ່າງພາກລັດ, ຜູ້ປະກອບການ ແລະ ປະຊາຊົນແບບຕ່າງຝ່າຍຕ່າງມີຜົນປະໂຫຍດຄື: ນໍ້າກັດຢໍລະປາ ແຂວງອຸດົມໄຊ, ນ້ຳປຽນຢໍລະປາ ນະຄອນຫຼວງວຽງຈັນ, ນ້ຳກ່ານ ແຂວງບໍ່ແກ້ວ, ພູຜາມ່ານ ແຂວງບໍລິຄຳໄຊ. ນອກນີ້ ກໍ່ໄດ້ປຸກລະດົມ ພາກສ່ວນທຸລະກິດພາຍໃນປະເທດເຂົ້າຮ່ວມສ້າງຕົວແບບໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງໂຄງການຮ່ວມໃຈສາຍໃຍໂລມາຄໍາໃນການແກ້ ໄຂຄວາມທຸກຍາກເຂດຈຸດສຸມຕັງອາໄລ-ລະແບງເມືອງນອງ ຢູ່ 2 ບ້ານຄື ບ້ານຄຳປາແໜ ແລະ ບ້ານກ້ວຍ ເມືອງນອງ ແຂວງສະຫວັນນະເຂດ ດ້ວຍການສ້າງອາຊີບໃໝ່ ທີ່ຕິດພັນກັບການປູກຝັງ-ລ້ຽງສັດ.
ສະເພາະການຜະລິດເຂົ້າເປືອກໂດຍສະເລ່ຍໄດ້ 3,7 ລ້ານໂຕນ/ປີ ທຽບໃສ່ແຜນການດັດແກ້ເພີ່ມຂຶ້ນ 8%, ການລ້ຽງສັດ ແລະ ການປະມົງ ກໍ່ໄດ້ມີການສືບຕໍ່ຂະຫຍາຍຕົວຕໍ່ເນື່ອງ 4,4-4,7% ຕໍ່ປີ, ອັດຕາບໍລິໂພກທາດຊີ້ນຢູ່ພາຍໃນບັນລຸໄດ້ 65 ກິໂລ/ຄົນ/ປີ ແລະ ວຽກງານອື່ນໆກໍ່ສໍາເລັດໄປຕາມແຜນ.

ຂ່າວ : ສຸກສາຄອນ

Related Articles

Leave a Reply