ກົມອຸຕຸນິຍົມ ແລະ ອຸທົກກະສາດໄດ້ອອກແຈ້ງການມື້ວານນີ້ ກ່ຽວກັບການຄາດຄະເນສະພາບ ດິນຟ້າອາກາດໃນຂອບເຂດທົ່ວປະເທດ ໃນໄລຍະ 7 ວັນຕໍ່ໄປນີ້, ນັບແຕ່ວັນທີ 29 ກັນຍາ ຫາ 5 ຕຸລາ 2020: ທົ່ວທຸກພາກຂອງປະເທດຍັງຈະມີຝົນຕົກໃນລະດັບຄ່ອຍຫາປານກາງ ພ້ອມທັງມີຟ້າຮ້ອງຟ້າເຫຼື້ອມ ແລະ ລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ເປັນຕົ້ນຢູ່ ເມືອງໂພນໂຮງ ແຂວງວຽງຈັນ, ເມືອງທ່າແຂກ ແຂວງຄໍາມ່ວນ, ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ. ສ່ວນເມືອງອື່ນໆ ຢູ່ແຂວງຕ່າງໆ ລວມທັງຢູ່ນະຄອນຫຼວງວຽງ ຈັນຈະມີຟ້າຮ້ອງຟ້າເຫຼື້ອມ ແລະ ລົມພັດແຮງເປັນບາງໂອກາດ ແຕ່ຈະມີຝົນຕົກຢູ່ໃນລະດັບຄ່ອຍຫາປານກາງເຊັ່ນກັນ.
ອີງຕາມສູນພະຍາກອນອາກາດ ອົງການອຸຕຸນິຍົມໂລກ, ໃນເດືອນຕຸລານີ້ ຍັງຈະມີພະຍຸລະດູຮ້ອນພັດຜ່ານປະເທດລາວອີກຄັ້ງໜຶ່ງ ຊຶ່ງອາດຈະກໍ່ໃຫ້ເກີດ ມີຝົນຕົກໜັກ ແລະ ຕົກຫຼຸດເກນປົກກະຕິ, ອາດຈະເຮັດໃຫ້ມີລົມພັດແຮງ, ດິນໄຫຼເຈື່ອນ, ນໍ້າຖ້ວມຊຸ ແລະ ນໍ້າຖ້ວມອັ່ງຢູ່ບາງທ້ອງຖິ່ນ, ດັ່ງນັ້ນຈຶ່ງແຈ້ງມາຍັງພໍ່ແມ່ປະຊາຊົນໃນຂອບເຂດທົ່ວປະເທດໃຫ້ຕິດຕາມສະພາບອາກາດເປັນປະຈໍາ ເພື່ອກຽມຮັບມື.
ຂ່າວ: ວຽງຈັນທາຍ

