ໃນເດືອນຕຸລາຜ່ານມາ, ມີຜູ້ເສຍຊີວິດແລ້ວ 79 ຄົນ (ຍິງ 27 ຄົນ) ຈາກອຸບັດເຫດບົນທ້ອງຖະໜົນ ທີ່ເກີດຂຶ້ນທັງໝົດ 604 ກໍລະນີ ໃນທົ່ວປະເທດ ແລະ ທຽບໃສ່ເດືອນກັນຍາ ເພີ່ມຂຶ້ນ 107 ກໍລະນີ, ແຕ່ຈຳນວນຜູ້ເສຍຊີວິດຫຼຸດລົງ 3 ຄົນ, ຊຶ່ງ ອຸບັດເຫດສ່ວນໃຫຍ່ແມ່ນເກີດຈາກຜູ້ຂັບຂີ່ດື່ມສິ່ງມຶນເມົາ 129 ກໍລະນີ, ໃຊ້ຄວາມໄວເກີນກວ່າກົດໝາຍກໍານົດ 76 ກໍລະນີ ແລະ ອື່ນໆ. ສະເພາະ ຢູ່ນະຄອນຫຼວງວຽງຈັນ ມີຜູ້ເສຍຊີວິດ 10 ຄົນຈາກອຸບັດເຫດທີ່ເກີດຂຶ້ນທັງໝົດ 107 ຄັ້ງ.
ອີງຕາມການລາຍງານສະພາບການເກີດອຸບັດເຫດທົ່ວປະເທດປະຈຳເດືອນຕຸລາ 2020 ຂອງກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ຊາບວ່າ: ສໍາລັບ ການເກີດອຸປະຕິເຫດໃນເດືອນຕຸລາ ຜ່ານມາ, ມີຜູ້ໄດ້ຮັບບາດເຈັບທັງໝົດ 943 ຄົນ, ຊຶ່ງມີຜູ້ບາດເຈັບສາ ຫັດ 85 ຄົນ, ສົມຄວນ 381 ຄົນ, ເລັກໜ້ອຍ 467 ຄົນ, ນອກນັ້ນມີພາຫະນະເປ່ເພ 1. 074 ຄັນ, ໃຊ້ການບໍ່ໄດ້ 19 ຄັນ.
ເພື່ອຫຼຸດຜ່ອນການເກີດອຸບັດເຫດ ທາງເຈົ້າໜ້າທີ່ຕຳຫຼວດຈະລາຈອນຈຶ່ງຮຽກຮ້ອງມາຍັງຜູ້ທີ່ໃຊ້ລົດໃຊ້ຖະໜົນຕ້ອງຮ່ວມໃຈກັນປະຕິບັດກົດລະບຽບການສັນຈອນທາງບົກໃຫ້ເຄັ່ງຄັດ ມີສະຕິໃນການຂັບຂີ່ແຕ່ລະຄັ້ງ ເຊັ່ນ: ເມົາແລ້ວຫ້າມຂັບ, ຂັບຂີ່ລົດຈັກຕ້ອງໃສ່ໝວກກັນກະທົບທຸກຄັ້ງ ແລະ ກວດກາສະພາບລົດໃຫ້ມີຄວາມພ້ອມ ແລ້ວຈຶ່ງອອກເດີນທາງ ບັນຫາການເກີດອຸບັດເຫດມັນຈຶ່ງຈະຫຼຸດລົງ.
ຂ່າວ: ວຽງຈັນທາຍ
ຮູບ: ໜ່ວຍກູ້ໄຟ

