88 ວັນແລ້ວທີ່ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ລາວ

88 ວັນແລ້ວທີ່ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ລາວ

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແຈ້ງໃຫ້ຮູ້ມື້ເຊົ້ານີ້ວ່າ: ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 532 ຄົນ ໃນວັນທີ 08 ກໍລະກົດ 2020, ໃນນັ້ນແຮງງານລາວມາແຕ່ໄທ 315 ຄົນ, ແຮງງານຈີນ 54 ຄົນ, ແຮງງານໄທ 02 ຄົນ ແລະ  ກໍລະນີສົງໄສ 161 ຄົນ, ຜົນກວດທັງໝົດແມ່ນ ບໍ່ພົບເຊື້ອ ໝາຍຄວາມວ່າ 88 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອຢູ່ລາວ.

ສະເພາະການເຝົ້າລະວັງພະຍາດ COVID-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 08 ກໍລະກົດ 2020, ໄດ້ຕິດຕາມຜູ້ເດີນທາງຈາກຈຸດຜ່ານດ່ານຕ່າງໆທົ່ວປະເທດຊຶ່ງຜູ້ເດີນທາງເຂົ້າມາ ມີທັງໝົດ 1,538 ຄົນ, ທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກ​ໆຄົນມາກວດ (ຍົກ​ເວັ້ນແຕ່​ຜູ້​ຂັບ​ລົດ​ຂົນ​ສົ່ງ ​ແລະ ​ຜູ້​ຕິດ​ຕາມ​) ແລ້ວຈຶ່ງນຳສົ່ງໄປ​ຫາສະຖານທີ່ ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.

ສະພາບການລະບາດ​ຂອງ​ພະ​ຍາດ COVID-19 ຂອງບັນ​ດາປະເທດໃກ້ຄຽງ ແລະ ໃນໂລກ: ມາຮອດວັນທີ 09 ກໍລະກົດ 2020, ທົ່ວໂລກມີການລາຍງານການລະບາດ ທັງໝົດ 213 (ປະເທດ/ເຂດ), ຊິ່ງມີການຢັ້ງຢືນຜູ້ຕິດເຊື້ອພະຍາດ COVID-19 ແມ່ນ 12,135,951 ຄົນ, ເສຍຊິວິດ 550,840 ຄົນ ເຊິ່ງກວມເອົາ 4.53 % ຂອງຜູ້ຕິດເຊື້ອທັງໝົດ, ປີ່ນປົວຫາຍດີ 7,015,882 ຄົນ ເຊິ່ງກວມເອົາ 57.8 % ຂອງຜູ້ຕິດເຊື້ອທັງໝົດ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply