ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງສປປລາວ ໄດ້ລົງຊີ້ນຳວຽກງານ ຢູ່ຫ້ອງວ່າການນະຄອນຫຼວງວຽງຈັນໃນບໍ່ດົນມານີ້ ຊຶ່ງທ່ານໄດ້ກ່າວເນັ້ນໃຫ້ອໍານາດການປົກຄອງ ນະຄອນຫຼວງວຽງຈັນ ສຸມໃສ່ 9 ບັນຫາທີ່ສໍາຄັນ ໃນການຍູ້ເສດຖະກິດ.
9 ບັນຫາທີ່ສໍາຄັນປະກອບມີ: ໃຫ້ສືບຕໍ່ຮັກສາສະຖຽນລະພາບທາງດ້ານການເມືອງ, ສືບຕໍ່ພັດທະນາເສດຖະກິດ-ສັງຄົມໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຕ້ອງສົ່ງເສີມການຜະລິດຢູ່ພາຍໃນໃຫ້ເປັນໜໍ່ແໜງ ໃນຍຸກການແຜ່ລະບາດຂອງພະຍາດໂຄວິດ-19, ສູ້ຊົນຊຸກຍູ້ປະຊາຊົນຜະລິດກຸ້ມຕົນເອງ ເພີ່ງຕົນເອງ ແລະ ຜະລິດເປັນສິນຄ້າສ້າງລາຍຮັບໃຫ້ແກ່ຄອບຄົວ, ໃຫ້ປັບປຸງແບບແຜນວິທີເຮັດວຽກ, ສືບຕໍ່ຮັກສາສະຖຽນລະພາບທາງດ້ານການເມືອງຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ສືບຕໍ່ຫຼຸດຜ່ອນປະກົດການຫຍໍ້ທໍ້ທາງສັງຄົມ ໂດຍສະເພາະບັນຫາຢາເສບຕິດ ແລະ ອຸປະເຫດຕິເຫດຕາມທ້ອງຖະໜົນ, ຊຸກຍູ້ດ້ານວິຊາການປູກຝັງລ້ຽງສັດ, ຫາແຫຼ່ງສິນເຊື່ອ ແລະ ທຶນຮອນໃຫ້ຊາວກະສິກອນຜູ້ເຮັດການຜະລິດໂດຍບໍ່ໃຫ້ເກັບຄ່າໃຊ້ຈ່າຍທີ່ບໍ່ຈຳເປັນກັບເຂົາເຈົ້າ ແລະ ສຳລັບແຮງງານລາວທີ່ກັບມາແຕ່ຕ່າງປະເທດມອບໃຫ້ພະແນກແຮງງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນເປັນເສນາທິການ ປະສານກັບບັນດາໂຮງຈັກໂຮງງານຢູ່ໃນນະຄອນຫຼວງວຽງຈັນ ແລະ ຕ່າງແຂວງໃນການສອບເສັງ ຫຼື ຄັດເລືອກບັນຈຸເຂົ້າເຮັດວຽງຕາມເງື່ອນໄຂຕົວຈິງ.
ທ່ານ ທອງລຸນ ສີສຸລິດ ໄດ້ກ່າວຕື່ມອີກວ່າ: 9 ບັນຫາດັ່ງກ່າວນັ້ນຈະເປັນຕົວແປທີ່ສໍາຄັນໃນການຍູ້ເສດຖະກິດ-ສັງຄົມ ຢູ່ໃນນະຄອນຫລວງວຽງຈັນ ເຖິງແມ່ນວ່າ ການຂະຫຍາຍຕົວຂອງເສດຖະກິດຢູ່ນະຄອນຫລວງວຽງຈັນ ຈະບໍ່ໄດ້ຕາມຄາດໜາຍທີ່ວາງໄວ້ ຄື 9,5% ຊຶ່ງມີການຂະຫຍາຍຕົວພຽງ 6,32% ໃນປີນີ້ ແຕ່ກໍຖືວ່າເປັນໂຕເລກທີ່ໜ້າພໍໃຈ ໃນໄລຍະເວລາທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19.
ຂ່າວ: ວຽງຈັນທາຍ

