92 ຄົນ ເສຍຊີວິດ ຍ້ອນອຸບັດເຫດ ຢູ່ນະຄອນຫຼວງວຽງຈັນ

92 ຄົນ ເສຍຊີວິດ ຍ້ອນອຸບັດເຫດ ຢູ່ນະຄອນຫຼວງວຽງຈັນ

ໃນ 6 ເດືອນ ຕົ້ນປີ, ນະຄອນຫຼວງວຽງຈັນ ມີອຸບັດເຫດບົນທ້ອງຖະໜົນ ເກີດຂຶ້ນທັງໝົດ 448 ກໍລະ­ນີ ແລະ ມີຜູ້ເສຍຊີວິດແລ້ວ 92 ຄົນ, ຊຶ່ງອຸ­ບັດ­ເຫດໃນແຕ່ລະຄັ້ງ ເຮັດໃຫ້ມີພາ­ຫະ­ນະເປ່ເພທັງໝົດ 953 ຄັນ ແລະ ມີຄົນໄດ້ຮັບບາດ­ເຈັບທັງໝົດ 616.

ອີງຕາມການລາຍງານສະ­ພາບການເກີດອຸ­ບັດ­ເຫດ ຂອງພະແນກຕຳ­ຫຼວດຈະ­ລາ­ຈອນ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ປະ­ຈຸ­ບັນ ການເກີດອຸ­ບັດ­ເຫດຢູ່ຕາມສາຍທາງຕ່າງໆໃນນະຄອນຫຼວງວຽງຈັນ ສ່ວນໃຫຍ່ແມ່ນເກີດ ຍ້ອນນັກຂັບຂີ່ບໍ່ເຄົາ­ລົບກົດລະ­ບຽບຈະ­ລາ­ຈອນ ໂດຍສະເພາະ ເມົາແລ້ວຂັບ, ຂັບຂີ່ໄວເກີນກຳ­ນົດ, ບໍ່ໃຫ້ກຽດກັບຜູ້ໃຊ້ເສັ້ນ­ທາງຮ່ວມກັນ ແຊງຊ້າຍ-ຂວາບໍ່ຮັບ­ປະ­ກັນ ແລະ ອື່ນໆ,

ເພື່ອຫຼຸດ­ຜ່ອນການເກີດອຸ­ບັດ­ເຫດ ທາງເຈົ້າໜ້າ­ທີ່ຕຳ­ຫຼວດຈະ­ລາ­ຈອນຈຶ່ງຮຽກ­ຮ້ອງມາຍັງຜູ້ທີ່ໃຊ້ລົດໃຊ້ຖະ­ໜົນຕ້ອງຮ່ວມໃຈກັນປະ­ຕິ­ບັດກົດລະ­ບຽບການສັນ­ຈອນທາງ­ບົກໃຫ້ເຄັ່ງຄັດ, ມີສະ­ຕິໃນການຂັບຂີ່ແຕ່ລະຄັ້ງ ເຊັ່ນ: ເມົາແລ້ວຫ້າມຂັບ, ຂັບຂີ່ລົດ­ຈັກຕ້ອງໃສ່ໝວກກັນກະ­ທົບທຸກຄັ້ງ ແລະ ກວດ­ກາສະ­ພາບລົດໃຫ້ມີຄວາມພ້ອມ ແລ້ວຈຶ່ງອອກເດີນ­ທາງ ບັນ­ຫາການເກີດອຸ­ບັດ­ເຫດມັນຈຶ່ງຈະຫຼຸດລົງ.

ຂ່າວ: ວຽງຈັນທາຍ

ຮູບ: ໜ່ວຍກູ້ໄຟ

Related Articles

Leave a Reply