ທີມເຕະບານຍິງ ຊາດລາວ ຢູ່ກຸ່ມ A ບານເຕະຍິງຊີງແຊ້ມ ອາຊຽນ 2026 ທີ່ມາເລເຊຍ

ທີມເຕະບານຍິງ ຊາດລາວ ຢູ່ກຸ່ມ A ບານເຕະຍິງຊີງແຊ້ມ ອາຊຽນ 2026 ທີ່ມາເລເຊຍ

ການແຂ່ງຂັນບານເຕະຍິງຊີງແຊ້ມ ອາຊຽນ 2026 AFF WOMEN’S CUP 2026 ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 10-22 ກໍລະກົດ 2026 ທີ່ປະເທດມາເລເຊຍ ຊຶ່ງການແຂ່ງຂັນລາຍການນີ້ ມີ 6 ທີມ ແບ່ງອອກເປັນ 2 ກຸ່ມ, ໂດຍທີມເຕະບານຍິງ ຊາດລາວ ຢູ່ກຸ່ມ A ປະກອບມີ ທີມຊາດມາເລເຊຍ (ເຈົ້າພາບ) ແລະ  ທີມຊາດສິງກະໂປ, ສ່ວນ ກຸ່ມ B ປະກອບມີ ທີມຊາດອິນໂດເນເຊຍ, ກຳປູເຈຍ ແລະ ຕີມໍ ເລສເຕ.

ໂດຍຮູບແບບ ການແຂ່ງຂັນຮອບແບ່ງກຸ່ມແມ່ນແຂ່ງຂັນ ແບບພົບກັນຫມົດ, ທີມທີ່ໄດ້ອັນດັບ 1-2 ຂອງທັງ 2 ກຸ່ມ ແມ່ນຈະໄດ້ຜ່ານເຂົ້າສູ່ຮອບຮອງຊະນະເລີດ, ທີມທີ່ຊະນະໃນຮອບຮອງຊະນະເລີດ ຈະໄດ້ຜ່ານເຂົ້າໄປສູ່ຮອບຊີງຊະນະເລີດ, ທີມທີ່ເສຍຮອບຮອງຊະນະເລີດ ແມ່ນຈະໄດ້ຊີງອັນດັບທີ 3. ອັນດັບ 1 ຫາ ອັນດັບ 3 ແມ່ນຈະໄດ້ສິດເຂົ້າຮ່ວມ ການແຂ່ງຂັນ ບານເຕະຍິງຊີງແຊ້ມ ອາຊຽນ ຮອບສຸດທ້າຍ ASEAN WOMEN’S CHAMPIONSHIP 2027 ຮ່ວມກັບ ອົດສະຕຣາລີ, ຫວຽດນາມ, ໄທ , ຟີລິບປິນ ແລະ ມຽນມາ.

ສໍາລັບ ຕາຕະລາງການແຂ່ງຂັນຂອງ ທີມຊາດຊາດຍິງລາວ: ວັນທີ 10/07/2026 ທີມຊາດລາວ ພົບ ທີມຊາດມາເລເຊຍ ເວລາ 19:45 ທີ່ ສະໜາມກິລາ Kuala Lumpur Football Stadium ແລະ  ວັນທີ 13/07/2026 ທີມຊາດລາວ ພົບທີມຊາດສິງກະໂປ ເວລາ 19:45 ທີ່ ສະໜາມກິລາ Kuala Lumpur Football Stadium.

ປະຈຸບັນ ທີມເຕະບານຍິງ ກໍາລັງຝຶກຊ້ອມພາລະກໍາລັງຮ່າງກາຍ ແລະ ເຕັກນີກວິທີຫຼີ້ນກິລາ ຢູ່ນະຄອນຫຼວງວຽງຈັນ ເພື່ອກຽມຄວາມພ້ອມເຂົ້າຮ່ວມການແຂ່ງຂັນລາຍການນີ້.

ທີ່ມາ: ສຕລ

Related Articles

Leave a Reply